ໄທ​ປະກາດ​ວ່າ​ຍົກ​ເລີກພາວະສຸກ​ເສີນຢູ່ບາງ​ກອກ

(GMT+08:00) 2008-09-14 18:51:10 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ14 ກັນຍາ​ນີ້,​ໄທ​ປະກາດ​ຍົກ​ເລີກພາວະສຸກ​ເສີນ​ທີ່​ປະຕິບັດ​ຢູ່​ເຂດ​ບາງກອກ​ແຕ່​ວັນ​ທີ2 ກັນຍາ​​ເປັນ​ຕົ້ນ​ມາ.

ຕອນ​ເຊົ້າ​ມື້​ດຽວ​ກັນ,ທ່ານ​ສົມ​ຊາຍ ວົງ​ສະຫວັດ ນາຍົກລັດຖະມົນຕີຊົ່ວຄາວ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາທິການ,ທ່ານອາ​ນຸພົງ ​ເຜົ່າຈິນດາ ຜູ່​ບັນຊາ​ການ​ທະຫານບົກ,ຫົວໜ້າຄະນະ​ກຳ​ການ​ປະຕິບັດ​ກົດ​ໝາຍພາວະ​ສຸກ​ເສີນ​ຢູ່​ບາງ​ກອກ​ແລະ​ທ່ານພັດຊະວາດ ວົງ​ສຸວັນ ຜູ່​ບັນຊາ​ການ​ຕຳຫຼວດ​ແຫ່ງ​ຊາດ​ໄດ້ເປິກສາຫາລືກັນ​ກ່ຽວ​ກັບບັນຫາ​ຍົກ​​ເລີກ​ພາວະສຸກ​ເສີນ​ຢູ່​ບາງກອກ​ຢູ່​ກອງ​ບັນຊາ​ການ​ກອງທັບ​ປະກອບ​ອາວຸດ​ທີ່ບາງກອກ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ພາຍຫຼັງ​ກອງ​ປະຊຸມ,ທ່ານ​ສົມ​ຊາຍກ່າວ​ວ່າ,ຍ້ອນ​ວ່າ​ສະພາບ​ການ​ເມືອງ​ໃນ​ປະຈຸ​ບັນ​ພວມ​​ເຂົ້າ​ສູ່​ສະພາບປົກກະຕິ​ໃນ​ປັດຈຸບັນ,ບໍ່​ມີ​ເຫດການ​ກຳລັງ​ຮຸນ​ແຮງ​ເກີດ​ຂຶ້ນ,ຖ້າ​ສື​ບຕໍ່​ປະຕິບັດ​ກົດໝາຍ​ພາວະສຸກ​ເສີນ​ຢູ່​ບາງກອກ,ຈະ​ພາ​ໃຫ້ມີ​ຄວາມ​ເສຍ​ຫາຍຕໍ່​ນັກ​ລົງທຶນ,​​ເປັນ​ຜົນ​ສະທ້ອນ​ຕໍ່ເສດຖະກິດ​ທົ່ວ​ທັງ​ຊາດ,ສະ​ນັ້ນ,ທ່ານ​ຕົກລົງ​ຍົກ​ເລີກພາວະສຸກ​ເສີນ​ຢູ່​ບາງກອກ​ແຕ່​ມື້​ດຽວ​ກັນ​ເປັນ​ຕົ້ນ​ໄປ.

ທ່ານ​ສົມ​ຊາຍຍັງ​ເປີດ​ເຜີຍ​ວ່າ,ກອງ​ປະຊຸມ​​ເທື່ອ​ນີ້ມອບ​ໝາຍ​ທ່ານ​ອານຸພົງ ​​ເຜົ່າ​ຈິນດາ​ເປັນ​ຫົວໜ້າ"ສູນຮັກສາ​ລະບຽບ​ການສັງຄົມ",ຮັບ​ຜິດ​ຊອບ​ວຽກ​ງານ​ຮັກສາ​ຄວາມ​ສະຫງົບ​ຂອງ​ບາງ​ກອກ​ແລະ​ເຂດ​ອ້ອມ​ແອ້ມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>