ພັກພະລັງປະຊາຊົນໄທສະເໜີທ່ານສົມຊາຍ ວົງສະຫວັດເປັນນາຍົກລັດຖະມົນຕີຄົນໃໝ່
(GMT+08:00) 2008-09-15 16:22:32 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI:ວັນທີ 15 ກັນຍານີ້,ພັກພະລັງປະຊາຊົນເຊິ່ງເປັນພັກກຳອຳນາດສຳຄັນຂອງໄທໄດ້ສະເໜີທ່ານສົມຊາຍ ວົງສະຫວັດ ຮອງປະທານພັກດັ່ງກ່າວ ນາຍົກລັດຖະມົນຕີຮັກສາການເປັນນາຍົກລັດຖະມົນຕີຄົນໃໝ່.
ມື້ດຽວກັນ,ທ່ານຂັນ ທຽນແກ້ວ ຮອງປະທານພັກພະລັງປະຊາຊົນຍັງກ່າວວ່າ,ຄາດວ່າ,ພັກພະລັງປະຊາຊົນຈະຖືກຍົກເລີກພາຍໃນ 3 ເດືອນ,ຮອດເວລານັ້ນ,ສະມາຊິກສ່ວນຫຼາຍຂອງພັກດັ່ງກ່າວຈະຫັນເຂົ້າພັກອື່ນຫຼືສ້າງພັກໃໝ່.
ຕາມແຜນການ,ສະພາຜູ້ແທນລາດຊະດອນໄທຄວນເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ໃນວັນທີ 12 ກັນຍານີ້,ເພື່ອເຂົ້າແທນທ່ານສະໝັກ ສຸນທໍລະເວດ ອະດີດນາຍົກລັດຖະມົນຕີທີ່ຖືກປົດຕຳແໜ່ງຍ້ອນເຫດຜົນລະເມີດລັດຖະທຳມະນູນໄປເປັນພິທິກອນໃນລາຍການໂທລະພາບຫວ່າງກ່ອນນີ້ບໍ່ດົນ.ແຕ່ຍ້ອນພັກພະລັງປະຊາຊົນສະເໜີໃຫ້ທ່ານສະໝັກ ປະທານພັກດັ່ງກ່າວເປັນນາຍົກລັດຖະມົນຕີຄືນໃໝ່ຖືກພັກກຳອຳນາດປະສົມແລະສະມາຊິກສະພາສ່ວນໜຶ່ງຂອງພັກພະລັງປະຊາຊົນຄັດຄ້ານ,ການເລືອກຕັ້ງຈຶ່ງບໍ່ໄດ້ດຳເນີນ.ສະພາຜູ້ແທນລາດຊະດອນຈະຈັດກອງປະຊຸມອີກໃນວັນທີ 17 ກັນຍານີ້ເພື່ອເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ