ທ່ານ​ສົມ​ຊາຍ​ຮັບ​ເລືອກ​ຕັ້ງ​ເປັນ​ນາຍົກ​ໄທ​ຄົນ​ໃໝ່

(GMT+08:00) 2008-09-17 16:42:57 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ17ກັນຍາ​ນີ້ ສະພາ​ຜູ່​ແທນ​ລາຊະ​ດອນ​ໄທ​ເລືອກ​ຕັ້ງທ່ານ​ສົມ​ຊາຍ ວົງ​ສະຫວັດ ຮອງຫົວໜ້າ​ພັກ​ພະລັງ​ປະຊາຊົນ​ທີ່​ເປັນ​ພັກ​ກຳ​ອຳນາດ​ໃຫຍ່​ກວ່າ​ໝູ່ ນາຍົກ​ຮັກສາ​ການ​ຂອງ​ໄທ ຮັບຕຳ​ແໜ່​ງ​ແທນ​ທ່ານ​ສະໝັກ ສຸນ​ທໍລະ​ເວດ ອະດີດ​ນາຍົກລັດຖະມົນຕີທີ່ລົງຈາກຕຳ​ແໜ່​ງຍ້ອນ​ລະ​ເມີດ​ລັດຖະທຳ​ມະນູນ​ໃນ​ຫວ່າງ​ມໍ່ໆ​ນີ້. ທ່ານ​ສົມ​ຊາຍ​ຈະ​ກາຍ​ເປັນ​ນາຍົກ​ຄົນທີ26​ຂອງ​ໄທ​ຫຼັງ​ຈາກ​ໄດ້​ຮັບພະລາຊະໂອງການ​ຈາກ​ເຈົ້າຊີວິດ​ໄທ.

ຕອນ​ເຊົ້າວັນ​ທີ17ກັນຍາ​ນີ້ ສະພາ​ຜູ່​ແທນ​ລາຊະ​ດອນ​ໄທ​ຈັດ​ກອງ​ປະຊຸມ​ຄົບ​ຄະນະ,ພັກ​ພະລັງ​ປະຊາຊົນ​ໄດ້ສະ​ເໜີ​ຊື່​ໃຫ້​ທ່ານ​ສົມ​ຊາຍ ວົງ​ສະຫວັດ​ແລະ​​ພັກ​ປະຊາທິປັດສະ​ເໜີທ່ານອະພິສິດ ​ເວດ​ຊາ​ຊີວະລົງແຂ່ງຂັນ​ເລືອກ​ຕັ້ງນາຍົກລັດຖະມົນຕີ.ທ່ານ​ສົມ​ຊາຍ​ໄດ້​ບັດ​ເຫັນ​ດີ298ບັດ,ທ່ານ​ອະພິສິດ​ໄດ້163ບັດ,ອີກ5ທ່ານສະຫຼະ​ສິດ.ຫຼັງ​ຈາກ​ນັ້ນ,ທ່ານ​ສົມ​ຊາຍ​ໄດ້​ກ່າວ​ຄຳ​ປາ​ໄສ,ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຄວາມ​ໄວ້​ວາງ​ໃຈຂອງສະມາຊິກ​ສະພາ,​ແລະ​ກ່າ​ວວ່າ​ຈະ​ອອກ​ແຮງ​ສຸດຂີດປະຕິບັດ​ພາລະ​ໜ້າ​ທີ່ທີ່​ໄດ້​ຮັບ​ມອບ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>