ໝາກຜົນ​ດ້ານວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ໃຊ້ໃນ​ງານ​ໂອ​ລິມ​ປິກ​ຈະ​ນຳ​ໃຊ້​ຢ່າງ​ກວ້າງ​ຂວາງ​ພາຍ​ຫຼັງ​ງານ​ໂອ​ລິ​ມປິກ

(GMT+08:00) 2008-09-18 15:47:45 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ, ​​​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະມາຄົມ​ວິທະຍາສາດ​ເຕັກ​ໂນ​​ໂລ​ຊີ​ຈີນ​ຄັ້ງ​ທີ10​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ເຈິ້ງ​ໂຈ​ວ່​ໃນ​ວັນ​ທີ17​ກັນຍາ​ນີ້, ທ່ານ​ວ້ານກ່າງ ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ກ່າວ​ວ່າ, ພາຍຫຼັງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແລ້ວ, ໝາກຜົນດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທີ່​ໃຊ້ໃນ​ງານ​ໂອ​ລິ​ມປິກ​ຈະ​ໄດ້​ຮັບ​ການ​ເຜີຍ​ແຜ່​ແລະນຳ​ໃຊ້​ຢ່າງ​ກວ້າງຂວາງ​.

ທ່ານ​ວ້ານກ່າງ​ກ່າວ​ວ່າ, ​ໂດຍ​ຜ່ານ​ຈາກ​ການ​ທົດ​ສອບ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ລົດຍົນ​ທີ່ໃຊ້​ພະລັງງານ​ໃໝ່​ຂອງ​ຈີນ​ຈະ​ກ້າວ​ເຂົ້າ​ສູ່​ໄລຍະ​ຜະລິດ​ຢ່າງຂະໜາດ​ອ່າວ​ໃຫຍ່; ​ເຕັກນິກ​ໂທລະ​ຄົມ​ເຄື່ອນ​ທີ່​ລຸ້ນທີ3​ຈະ​ຊຸກ​ຍູ້​ແລະ​ຊັກ​ນຳ​ການ​ພັດທະນາ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ຕື່ມ​ອີກ; ລະ​ບົບຜະລິດ​ໄຟຟ້າ​ດ້ວຍ​ພະລັງ​ແສງຕາ​ເວັນ​ແລະ​ເຕັກນິກ​ເຍືອງ​ແສງ​ຕຼັງສິດສະ​ເຕີ​ທີ່ປະຢັດ​ພະລັງງານຈະ​ຜະລິດຜົນ​ຢ່າງຂະໜາດອ່າວໃຫຍ່. ​​ເຕັກນິກ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ໃຊ້​ໃນ​ງານ​ໂອ​ລິ​ມປິກ​ຢ່າ​ງກວ້າງຂວາງ​ນັ້ນ​ຈະ​ຖືກ​ໃຊ້​ເຂົ້າ​ໃນ​ການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ຢ່າງ​ກວ້າງຂວາງ. ​ເຫຼັກ​ກ້າ​ແຂງທີ່​ໃຊ້​ໃນ​ການ​ກໍ່ສ້າງ​ສະໜາມກິລາ​ຕ່າງໆ​ຈະ​ຖືກ​ໃຊ້​ເຂົ້າ​ໃນ​ການ​ສ້າງ​ສິ່ງ​ກໍ່ສ້າງ​ພົນລະ​ເຮືອນ​ຢ່າງ​ກວ້າງຂວາງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>