ນາຍົກລັດຖະມົນຕີແລະຮອງນາຍົກລັດຖະມົນຕີມາເລເຊຍປ່ຽນດຳລົງຕຳແໜ່ງລັດຖະມົນຕີຂອງກັນ
(GMT+08:00) 2008-09-18 16:05:23 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິນຮວາ, ວັນທີ17ກັນຍານີ້, ທ່ານອັບດຸນລາ ອາເຮີເມັດ ບາດີວີ ນາຍົກລັດຖະມົນຕີກັບທ່ານນາຈິບ ທຸນ ເຣຈັກ ຮອງນາຍົກລັດຖະມົນຕີມາເລເຊຍປ່ຽນດຳລົງຕຳແໜ່ງລັດຖະມົນຕີຂອງກັນ, ທ່ານບາດາວີດຳລົງຕຳແໜ່ງ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ທ່ານນາຈິບດຳລົງຕຳແໜ່ງລັດຖະມົນຕີວ່າການກະຊວງການເງິນ.
ມື້ດຽວກັນ, ທ່ານບາດາວີຈັດກອງປະຊຸມຂ່າວຢູ່ສຳນັກງານນາຍົກລັດຖະມົນຕີທີ່ປູຕຼາຈາຢາ ເຊິ່ງເປັນສູນການປົກຄອງຂອງລັດຖະບານສະຫະພັນມາເລເຊຍ, ທ່ານກ່າວວ່າ, ທ່ານນາຈິບປ່ຽນດຳລົງຕຳແໜ່ງລັດຖະມົນຕີວ່າການກະຊວງການເງິນແມ່ນພາກສ່ວນໜຶ່ງໃນແຜນການຂ້າມຜ່ານຂອງສິດອຳນາດ.
ວັນທີ10ກໍລະກົດນີ້, ທ່ານບາດາວີເວົ້າຕໍ່ສື່ມວນຊົນວ່າ, ທ່ານຈະມອບຕຳແໜ່ງປະທານອົງການເອກະພາບແຫ່ງຊາດມາເລເຊຍແລະຕຳແໜ່ງປະທານແນວໂຮມແຫ່ງຊາດມາເລເຊຍໃຫ້ທ່ານນາຈິບ ຮອງນາຍົກລັດຖະມົນຕີຄົນປະຈຸບັນ ໃນກາງປີ2010.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ