ອົງການ​ປົກຄອງທຸກ​ຂັ້ນ​ຂອງ​ຈີນ​ໄດ້​ໃຊ້​ງົບປະມານ67​ຕື້500​ລ້ານ​ຢວນ​ເພື່ອ​ກູ້​ໄພ​ແຜ່ນດິນ​ໄຫວ

(GMT+08:00) 2008-09-18 19:35:07 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:​ໂດຍ​ໄດ້​ສິດ​ຈາກ​ກອງບັນຊາ​ການ​ໃຫຍ່​​ກູ້​​ໄພແຜ່ນດິນ​ໄຫວ​ຂອງ​ຄະນະລັດຖະບານ​ຈີນ, ຫ້ອງການ​ຖະ​ແຫຼງຂ່າວ​ຂອງ​ຄະນະ​ລັດຖະບານ​ຈີນ​ໄດ້ປະກາດ​ວ່າ, ກະຊວງ​ກາ​ນ​ເງິ​ນຈີນ​ລາຍ​ງານ​ວ່າ, ນັບ​ມາຮອດ12​ໂມງ ຂອງວັນ​ທີ18 ກັນຍາ​ນີ້, ອົງການ​ປົກຄອງຂັ້ນ​ຕ່າງໆຂອງ​ຈີນ​ໄດ້​​ໃຊ້​ງົບປະມານ67​ຕື້500​ລ້ານ​ຢວນ​ເພື່ອ​ກູ້​ໄພ​ແຜ່ນດິນ​ໄຫວ.

ຕາມ​ການລາຍ​ງານ​ຂອງ​ກະຊວງ​ການ​ຄ້າ​ຈີນ, ນັບ​ມາ​ຮອດ12​ໂມງຂອງວັນ​ທີ18 ກັນຍາ​ນີ້,ຢູ່​ແຂວງ​ເສ​ສວນ,​ແຂວງ​ກ່ານ​ຊູ້ ​ແລະ ​ແຂວງ​ສານ​ຊີ່​ໄດ້​ມີສະຖານ​ທີ່​ການ​ຄ້າ​138960ແຫ່ງມີ​ຄວາມ​ເສຍ​ຫາຍ​ຍ້ອນ​ແຜ່ນດິນ​ໄຫວ,​​ໃນ​ນັ້ນ,​ໄດ້​ມີ128138ແຫ່ງ​ຟື້ນ​ຟູ​ການທຸລະ​ກິດ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>