ໃນ6​ເດືອນ​ທ້າຍ​ປີ​ນີ້ ​ເສດຖະກິດ​ຈີນຈະຮັກສາ​ຈັງ​ຫວະ​​​​ເຕີບ​ໂຕ​ຢ່າງ​ໝັ້ນທ່ຽງ​ແລະ​ສົມ​ເຫດ​ສົມ​ຜົນ

(GMT+08:00) 2008-09-25 17:58:51 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ24ກັນຍານີ້ ​​ໃນການ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ເສີນ​ເຕີ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ຄາດ​ຄະ​ເນ​ວ່າ ​ໃນ6​ເດືອນ​ທ້າຍ​ປີ​ນີ້ ​ເສດຖະກິດ​ຈີນຈະຮັກສາ​ຈັງ​ຫວະ​​ເຕີບ​ໂຕ​ຢ່າງ​ໝັ້ນທ່ຽງ​ແລະ​ສົມ​ເຫດ​ສົມ​ຜົນ.

ທ່ານ​ເສີນ​ເຕີ​ມິ​ງ​ກ່າວ​ວ່າ,ຍ້ອນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ສະພາບ​ການ​ເສດຖະກິດ​ສາກົນ​ໃນ​ປະຈຸ​ບັນ,​ແລະ​ຖືກ​ຈຳກັດ​ຍ້ອນ​ປັດ​ໄຈ​ຕ່າງໆ​ເຊັ່ນສະພາບ​ໝູນ​ເດີນ​ຂອງ​ເສດຖະກິດ​ຈີນ,ລາຄາ​ສິນຄ້າ​ຂອງ​ຈີນຈຶ່ງ​ເພີ່ມ​ຂຶ້ນ​ໄວ,ຈັງຫວະ​ເຕີບ​ໂຕຂອງ​ການສົ່ງ​ອອກ​ຕໍ່​ປະ​ເທດ​ທີ່​ພັດທະນາ​ແລ້ວ​ເຊັ່ນ​ອາ​ເມ​ລິ​ກາ​ເປັນຕົ້ນ​ໄດ້ຫຼຸດ​ລົງ ​ແລະ​ບັນຫາ​ອື່ນໆ.​ແຕ່​ວິ​ເຄາະ​ໂດຍ​ລວມ​ແລ້ວ,ຍອດ​ປະລິມານ​ການ​ສົ່ງ​ອອກ​ ໝັ້ນທ່ຽງ,ລາຄາ​ສິນຄ້າ​ຢູ່​ໃນ​ຂອບ​ເຂດ​ຄວບຄຸມ​ໄດ້,ທັງ​ຢູ່​ໃນ​ທ່າ​ອຽງ​ທີ່​ຫຼຸດ​ລົງທຸກເດືອນ.ຄາດ​ຄະ​ເນ​ວ່າ,​ເສດຖະກິ​ດຈີນ​ໃນ​ໄຕ​ມາດ​ທີ3​ແລະ​ທີ4ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ໝັ້ນທ່ຽງ​ແລະໄວສົມຄວນ,ຮັກສາ​ຈັງຫວະ​ເຕີບ​ໂຕ​ທີ່​ເໝາະ​ສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>