ວຽກ​ງານ​ຊ່ວຍ​ເຫຼືອ​ການ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ໄພ​ແຜ່ນ​ດິນ​ໄຫວ​ເວີ້ນ​ຊວນ​ຈີນ​ພວມ​ກ້າວ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ

(GMT+08:00) 2008-10-01 18:36:06 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 1 ຕຸລາ​ນີ້, ຄະນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງລັດ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ວຽກ​ງານຊ່ວຍ​ເຫຼືອ​ການ​ສ້າງສາ​ຄືນ​ໃໝ່ຫຼັງ​ໄພ​ແຜ່ນດິນ​ໄຫວ​ເວີ້​ນຊວນ​ຈີນ​ພວມ​ກ້າວ​ໄປ​ໜ້າ​ຢ່າງ​ໝັ້ນທ່ຽງ, ​ໂຄງການ​ຊ່ວຍ​ສ້າງ​ງວດ​ທຳ​ອິດ​ໄດ້​ລົງມື​ກໍ່ສ້າງ​ແລ້ວ.

ຕາມ​ສະຖິຕິ​ເບື້ອງ​ຕົ້ນຂອງ​ແຂວງ​ເສ​ສວນ, ປັດຈຸບັນ, ​ໂຄງການ​ງວດ​ທຳ​ອິດ​ທີ່​ໄດ້​ເລີ່ມຕົ້ນຫຼື​ໄດ້​ລົງມື​ກໍ່ສ້າງ​ນັ້ນມີ: ການ​ສ້າງ​ທາງຫຼວງທີ່​ນະຄອນປັກ​ກິ່ງ​ຊ່ວຍ​ເມືອງ​ສື​ຟ່າງ, 12 ​ໂຄງການ​ທີ່ນະຄອນ​ຊຽງ​ໄຮ້​ຊ່ວຍ​ເມືອງ​ຕູ່​ຈ່ຽງຢ້ຽນ​ເຊັ່ນສູນ​ປິ່ນປົວ, ​ໂຮງ​ສະຫວັດດີ​ການ​ສັງຄົມ​ແບບ​ສັງ​ລວມ, ​ໂຮງຮຽນ​ປະຖົມ​ຖູ​ສຽວ​ເປັນຕົ້ນ; ​ໂຄງການ​ສ້າງ​ເຮືອນ​ຢູ່​ບ່ອນ​ເກົ່າ​ທີ່​ແຂວງ​ອ່ານ​ຮຸ່ຍ​ຊ່ວຍ​ເມືອງ​ສົ່ງ​ຜ່ານ, ​​​​​ແລະ​​ໂຮງໝໍ​ປະຊາຊົນ​ທີ່​ແຂວງ​ຫູ​ເປ​ຊ່ວຍ​ເມືອງ​ຮັ້ນຢວນ​ແລະໂຄງການອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>