ທ່ານ​ຫູ​ຈີນ​ທ່າວ​ກວດ​ກາ​ຢູ່​ຊົນ​ນະ​ບົດ​ແຂວງ​ອ່ານ​ຮຸ່ຍ

(GMT+08:00) 2008-10-01 18:39:49 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ກ່ອນ​ວັນຊາດ​ຈີນ, ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ກວດກາ​ສະພາບ​ການ​ປະຕິ​ຮູບ​ແລະ​ການພັດ​ທະນາຂອງ​ຊົນນະບົດ​ແຂວງ​ອ່ານ​ຮຸ່ຍ.

30 ປີ​ກ່ອນ, ຊາວບ້ານ 18 ຄົນ​ຂອງ​ບ້ານ​ສຽວ​ກາງ​ເມືອງ​ເຟີ້​ງຢາງ​ນະຄອນ​ສູ​ໂຈ​ວ​ແຂວງ​ອ່ານ​ຮຸ່ຍ​ໄດ້​ນຳ​ໜ້າ​ປະຕິບັດ​ລະບອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​​ເໝົາ​ທີ່​ດິນ, ​ໄດ້​ຢ່ວງ​ບາດກ້າວ​ທຳ​ອິດ​ຂອງ​ການ​ປະຕິ​ຮູບ​ໃນ​ຊົນນະບົດ​ຈີນ. ວັນ​ທີ 30 ກັນຍາ​​ແລ້ວນີ້, ​ໃນ​ເວລາ​ກວດກາ​ຢູ່​ບ້ານ​ສຽວ​ກາງ, ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ, ບໍ່​ພຽງ​ແຕ່ການ​ພົວພັນ​ຮັບ​​ເໝົາ​ທີ່​ດິນ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ຕ້ອງ​ຮັກສາ​ຄວາມ​ໝັ້ນທ່ຽງ​​ບໍ່​ປ່ຽນ​ແປງ​ເປັນ​ເວລາ​ດົນ​ນານ​​ເທົ່າ​ນັ້ນ, ຍັງ​ຕ້ອງ​ໃຫ້​ສິດ​ທຸລະ​ກິດ​ການ​ເໝົາ​ທີ່​ດິນ​ຢ່າງ​ເຕັມ​ສ່ວນ​​ແລະ​ມີ​ການ​ຮັບປະກັນຫຼາຍກວ່າ​ເກົ່າ​ແກ່​ຊາວ​ກະສິກອນອີກ​ດ້ວຍ. ພ້ອມ​ກັນນັ້ນ, ຕ້ອງ​ອີງ​ຕາມ​ຄວາມ​ປາຖະໜາ​ຂອງ​ຊາວ​ກະສິກອນ, ອະນຸຍາດ​ໃຫ້​ຊາວ​ກະສິກອນ​ໂອນ​ສິດ​ທຸລະ​ກິດ​ເໝົາ​ທີ່​ດິນ​ດ້ວຍຫຼາຍຮູບ​ການ, ພັດທະນາ​ການ​ທຸລະ​ກິດ​ແບບ​ຂະໜາດ​ຢ່າງເໝາະ​ສົມ.

ທ່ານ​ຫູ​ຈີນ​ທ່າວ​ຍັງ​ກ່າວ​ວ່າ, ສູນ​ກາງ​ຈີນ​ຈະ​ເພີ່ມ​ທະວີ​ໃນ​ດ້ານ​ນະ​ໂຍບາຍ​ໃຫ້​ສິດທິ​ພິ​ເສດ​ແກ່​ຊາວກະສິກອນຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກ​ຍູ້​ການ​ພັດທະນາ​ກະສິກຳ, ​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ, ​ແລະ​ເຮັດ​ໃຫ້​ຊົນນະບົດ​ຈະ​ເລີ​ນຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>