ທ່ານ​ວາງ​ເຈ່ຍ​ຢຸ້ຍ​ພົບ​ປະ​ກັບ​ແຂກ​ຫວຽດ​ນາມ

(GMT+08:00) 2008-10-13 17:56:19 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ13​ຕຸລາ​ນີ້,ຢູ່​ທີ່ປັກ​ກິ່ງ,ທ່ານ​ວາງ​ເຈ່ຍ​ຢຸ້ຍ ປະທານ​ຄະນະ​ພົວພັນ​ຕ່າງປະ​ເທດ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະ​ກັບ​ຄະນະ​ທັດສະນະ​ສຶກສາ​ພະນັກງານ​ພັກ​ແລະ​ລັດ​ຫວຽດນາມທີ່​ນຳ​ໂດຍ​ທ່ານ​ອູ​ເຖັງ​ຄອຍ ຜູ່​ວ່າການ​ສະ​ຖາ​ບັນ​ການ​ເມືອງ​ເຂດ​ທີ​ສອງ​ຂອງ​ວິທະຍາ​ໄລບໍລິຫານ​ການ​ເມືອງ​ແຫ່ງ​ຊາດ​ໂຮ​ຈີ່​ມິນ.

ທ່ານ​ວາງ​ເຈ່ຍ​ຢຸ້ຍ​ໄດ້​ແນະ​ນຳ​ສະ​ພາບ​ກ່ຽວ​ກັບ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ສູນ​ກາງ​ຄັ້ງ​ທີ​3​ສະ​ໄໝ​ທີ17​ຂອງ​ພັກ​ກອມ​ມູນິດ​ຈີນ​ແລະ​ຈີນ​ສຸມກຳລັງ​ເຂົ້າ​ໃນ​ການ​ແກ້​ໄຂ​ ບັນຫາ​ກະ​ສິ​ກຳ,​ບັນ​ຫາ​ຊົນນະບົດ ແລະ​ບັນຫາ​ຊາວ​ກະ​ສິ​ກອນ,​ແລະ​ກ່າວ​ວ່າ​ສອງ​ຝ່າຍ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ປົກ​ຄອງ​ປະ​ເທດ​ໄດ້​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ​ນັ້ນ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ປະ​ກອບ​ອັນ​ສຳ​ຄັນ​ແຫ່ງ​ການຂະຫຍາຍ​ການ​ພົວພັນ​ຈີນ​ຫວຽດນາມ.ຈີນ​ຈະ​ຕັ້ງ​ໃຈ​ຜົນ​ຂະ​ຫຍາຍ​ຄວາມ​ເຫັນ​ສຳ​ຄັນ​ທີ່​ເປັນ​ເອກະ​ພາບ​ກັນລະຫວ່າງ​ຜູ່​ນຳ​ສູງ​ສຸດ​ຂອງ​ສອງ​ປະ​ເທດ,​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ຫວຽດ​ນາມ​ຂຶ້ນ​ສູ່​ລະດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ອູ​ເຖັງ​ຄອຍ​ກ່າວ​ວ່າ,ຫວຽດນາມ​ຈະ​ຕັ້ງ​ໃຈ​ຄົ້ນຄວ້າ​ແລະ​ຖອດ​ຖອນ​ເອົາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ,​ຮ່ວມ​ກັບ​ຈີນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ສອງ​ລັດ​ໃຫ້​ຂະຫຍາຍ​ໄປ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>