ຮອງ​ນາຍົກລັດຖະມົນຕີຈີນພົບ​ປະ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສິງກະ​ໂປ

(GMT+08:00) 2008-10-13 19:40:30 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ13​ຕຸລາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ລີ​ເຄີ​ສຽງ ຮອງ​ນາຍົກລັດຖະມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ທຽງຊີ​​ເຮັນ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສິງກະ​ໂປ​ພ້ອມ​ດ້ວຍຄະນະ​ທີ່​ມາ​ຢ້ຽມຢາມ​ຈີນ.

ທ່ານ​ລີ​ເຄີ​ສຽງ​ກ່າວ​ວ່າ,ນັບ​ແຕ່​ຈີນ​ສິງກະ​ໂປ​ສ້າງສາ​ຍສຳພັນ​ທາ​ງການ​ທູດ​ມາ​ນີ້,ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທ​ໄດ້ຮັກສາ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ.​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ການ​ຄ້າ​ແລະ​ການ​ລົງທຶນ,ການ​ກໍ່ສ້າງ​ຕົວ​ເມືອງ,ປະຢັດ​ພະລັງານ​ແລະ​ອະ​ນຸລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ.ທ່ານ​ກ່າວ​ວ່າ,​ໂດຍ​ປະ​ເຊີນ​ກັບ​ສະຖານະ​ການ​ໃນ​ປັດຈຸບັນຄືຕະຫຼາດ​ການ​ເງິນ​ສາກົນ​ປັ່ນ​ປ່ວນຮຸນ​ແຮງ​ຂຶ້ນ​ຕື່ມ,ຈັງຫວະການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຊ້າ​ລົງ​ຢ່າງ​ເດັ່ນ​ຊັດ,ຈີນ​ຈະ​ໃຊ້​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ທີ່​ຄ່ອງ​ແຄ້ວ​ແລະ​ຮອບ​ຄອບ,ສຸມ​ໃສ່​ການ​ເພີ່ມຄວາມ​ຕ້ອງການ​ພາຍ​ໃນ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຕ້ອງການ​ດ້ານ​ການ​ບໍລິ​ໂພ​ກ,​ຮັກ​ສາ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ,​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ໝັ້ນ​ທ່ຽງ​ແລະ​ການ​ພັດ​ທະນາ​ເສດຖະກິດ​ໂລກ.

ທ່ານ​ທຽງຊີ​ເຮັນ​ກ່າວ​ວ່າ,ສິງກະ​ໂປ​ຍິນ​ດີ​ຮ່ວມ​ກັບ​ຈີນ,ລົງ​​ເລິກ​ແລະ​ເປີດ​ກວ້າງ​ການ​ຮ່ວມມື​ຢ່າງ​ມີ​ໄມຕີ​ຈິດ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>