ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຖະ​ແຫຼງ​ຂ່າວ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສອງ​ຈັດ​ຂຶ້ນ​ຢູ່​ນານ​ນິງ

(GMT+08:00) 2008-10-16 17:55:53 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI, ວັນ​ທີ16ຕຸລາ​ນີ້, ກອງ​ປ​ະຊຸມ​ລັດຖະມົນຕີ​ຖະ​ແຫຼງ​ຂ່າວ​ຈີນ​ອາ​ຊຽນຄັ້ງ​ທີ​ສອງ​ທີ່​ດຳ​ເນີນ​ເປັນ​ເວລາ​ໜຶ່ງ​ວັນ​ໄດ້​ຈັດ​ຂຶ້ນ​ຢູ່​ນານ​ນິງ​ເຂດ​ກວາງ​ຊີ​ຈີນ. ຫົວ​ຂໍ້​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ:​ລົງ​ເລິກ​ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ຖະ​ແຫຼງ​ຂ່າວ,​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.

ເຈົ້າ​ໜ້າ​ທີ່,ຜູ້​ຊ່ຽວຊານ​ແລະ​ຜູ້​ແທນ​ປະມ​ານ​120​ຄົນ​ທີ່​ມາ​ຈາກ​ຈີນ,10ປະ​ເທດ​ອາ​ຊຽນ​ແລະ​ກອງ​ເລ​ຂາ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ.​ທ່ານ​ໝູນ​ແກ້ວ ອໍ​ລະ​ບູນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ແລະ​ວັດ​ທະ​ນະ​ທຳ​ລາວ​ໄດ້​ນຳພາ​ຄະ​ນະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ແລະ​ກ່າວ​ຄຳ​ປາ​ໄສ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ໝູນ​ແກ້ວ​ກ່າວ​ວ່າ, ຂ້າພະ​ເຈົ້າ​ເຊື່ອ​ວ່າ,​ການ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ນີ້, ຍ່ອມ​ຈະ​ຮັດ​ແໜ້ນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​​ໃນ​ຂົງ​ເຂດ​ນີ້, ​ແລະ​ຈະ​ມີ​ຜົນ​ສະ​ທ້ອນ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງຝ່າຍ​ໃນ​ຂົງ​ເຂດ​ອື່ນໆ, ທ່ານ​ກ່າວ​ວ່າ:​"ລັດ​ຖະ​ມົນ​ຕີ​ຫຼື​ເຈົ້າ​ໜ້າ​ທີ່​ຖະ​ແຫຼງ​ຂ່າວ​ຂອງ​ປະ​ເທດ​ຕ່າງໆ​ທີ່​ຮ່ວມ​ປະຊຸມ​ກໍ​ຕ່າງ​ໄດ້​ກ່າວ​ວ່າ,​ຂໍ້​ມູນ​ຂ່າວ​ສານ​ແລະ​ສື່​ມວນ​ຊົນ​ແມ່ນ​ພາ​ຫະ​ນະ​ສຳ​ຄັນ​ຂອງ​ສອງ​ຝ່າຍ​ເພື່ອ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ,​ເສດ​ຖະ​ກິດ​ແລະ​ສັງຄົມ, ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ຮ່ວມ​ມື​ດ້ານ​ຂໍ້​ມູນ​ຂ່າວ​ສານ​ແລະ​ສື່​ມວນ​ຊົນ​ມີ​ຜົນ​ດີ​​ຕໍ່​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ສອງ​ຝ່າຍ."

ຫຼັງ​ກອງ​ປະຊຸມ, ສອງຝ່າຍ​ຍັງ​ໄດ້​ລົງລາຍ​ເຊັນ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຈີນ​ກັບ​ອາ​ຊຽນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ຖະ​ແຫຼງ​ຂ່າວ​ແລະ​ສື່​ມວນ​ຊົນ ທີ່​ມີ​ວັດ​ຖຸ​ປະ​ສົງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>