ນາ​ຍົກ​ຫວຽດ​ນາມ​ເດີນ​ທາງ​ມາ​ຮອດ​ແຂວງ​ໄຫ​ຫຼໍາ​ເລີ່ມ​ຢ້ຽມ​ຢາມ​ຈີນ

(GMT+08:00) 2008-10-20 17:44:51 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນຮວາ: ​ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ, ຕອນ​ເຊົ້າ​ວັນ​ທີ 20 ຕຸລາ​ນີ້, ທ່ານ​ຫງວຽນ​ເຕິນ​ຢຸງ ນາ​ຍົກ​ລັດ​ຖະ​ມົນຕີ​ຫວຽດ​ນາມ​ໄດ້​ເດີນທາງ​ມາ​ຮອດ​ນະຄອນ​ຫາຍ​ໂຂ​ແຂວງ​ໄຫຫຼໍາ ພາກ​ໃຕ້​ຈີນ, ​ເລີ່​ມ​ຢ້ຽມຢາມຈີນ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 6 ມື້.

ຄະນະ​ຜູ້​ແທນ​ທີ່​ນຳ​ໂດຍ​ທ່ານ​ຫງວຽນ​ເຕິນ​ຢຸງ​ມີ​ປະມານ 150 ຄົນ, ນອກ​ຈາກທ່ານ​ນາຍົກ​ແລະ​ພັນ​ລະ​ຍາ​ແລ້ວ, ຍັງ​ລວມ​ທັງ​ຮອງ​ນາຍົກ​ລັດຖະ​ມົນຕີ​ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ​ເຈົ້າໜ້າ​ທີ່​ຂັ້ນ​ລັດຖະ​ມົນຕີ, ລັດຖະ​ມົນຕີ​ຊ່ອຍ​ວ່າການ, ຜູ້​ຮັບ​ຜິດ​ຊອບ​ອົງການ​ປົກຄອງ​ທ້ອງ​ຖິ່ນ, ​ເອກ​ອັກຄະ​ລັດ​ຖະ​ທູດ​ປະຈຳ​ຈີນ, ພະນັກງານ​ຕິດຕາມ​ພ້ອມ​ດ້ວຍ​ນັກ​ທຸ​ລະ​ກິດ​ທີ່​ມີ​ຊື່ສຽງ​ຫຼາຍ​ທ່ານ​ຂອງ​ຫວຽດ​ນາມ.

ຕອນ​ບ່າຍ​ວັນ​ທີ 20 ຕຸລາ​ນີ້, ທ່ານ​ຫງວຽນ​ເຕິນ​ຢຸງຈະ​ເດີນທາງ​ໄປ​ທັດ​ສະ​ນາ​ຈອນ​ເຂດ​ພັດທະນາ​ເສດຖະກິດ​ຢາງ​ພູ​ຂອງ​ນະຄອນ​ໄຫຫຼໍາ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປາ​ໄສ​ການຮ່ວມ​ມື​ເສດຖະກິດ​ຫວຽດນາມ​ໄຫຫຼໍາ​ຈີນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ຫາຍ​ໂຂວ​ໃນ​ຕອນ​ເຊົ້າ​ວັນ​ທີ 21 ຕຸລາ​ນີ້.

ຕາມ​ຄະນະ​ຜູ້​ແທນ​ຫວຽດນາມ​ທີ່​ເດີນທາງ​ມາ​ກ່ອນ​ແນະນຳ​ວ່າ, ທ່ານ​ຫງວຽນ​ເຕິນ​ຢຸງນຳ​ພາ​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ​ນະຄອນ​ຫາຍ​ໂຂວ​ແມ່ນ​ເພື່ອ​ຮໍ່າຮຽນ​ບົດຮຽນສຳ​ເລັດ​ຜົນ​ຂອງ​ແຂວງ​ໄຫຫຼໍາ​ໃນ​ດ້ານການ​ປະ​ຕິ​ຮູບ​ເປີດ​ປະຕູ​ສູ່​ພາຍ​ນອກ​ສ້າງ​ເຂດ​ເສດຖະກິດ​ພິ​ເສດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>