ພາລະກິດ​ສາ​ທາ​ລະ​ນະ​ສຸກ​ຂອງ​ຈີນ​ໄດ້​ຮັບ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ປະ​ຕິ​ຮູບ

(GMT+08:00) 2008-10-20 18:12:18 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ນັບ​ແຕ່​ຈີນດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ30ປີ​ມາ​ນີ້,ພາລະກິດ​ສາທາລະນະ​ສຸກຂອງ​ຈີນ​ໄດ້​ຮັບ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ​.​ໃນ30ປີ​ທີ່​ຜ່ານ​ມາ,ອາຍຸ​ສະ​ເລ່ຍຕໍ່​ຫົວ​ຄົນ​ຕາມ​ຄວາມ​ຫວັງ​ຂອງ​ຈີນ​ສູງ​ຂຶ້ນ​ເກືອບ5ປີ;ອັດຕາ​ຕາຍ​ຂອງ​ເດັກນ້ອຍ​ຕ່ຳລົງ56%;ອັດຕາ​ຕາຍ​ຂອງ​ຜູ່​ຖືພາ​ແລະ​ຜູ່​ເກີດ​ລູກຕ່ຳລົງ60%,ນີ້​ແມ່ນ​ຕົວ​ເລກ​ດັດຊະນີສຳຄັນ3ຢ່າງ​ທີ່ຊັ່ງຊາ​ລະດັບ​ສຸຂະພາບ​ຂອງ​ປະຊາຊົນປະ​ເທດໜຶ່ງໆ,​ແລະກໍ່​ແມ່ນ​ການ​ຢືນຢັນ​ຜົນງານ​ການ​ພັດທະນາ​ພາລະກິດ​ສາທາລະນະ​ສຸກ​ຂອງ​ຈີນ.

​ໃນ30ປີ​ມາ​ນີ້,ວຽກ​ງານ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດທ້ອງ​ຖິ່ນ​ຂອງ​​ຈີນກໍ​ກ້າວ​ໄປ​ໜ້າ​ຢ່າງ​ໝັ້ນທ່ຽງ,ຜູ່​ເປັນ​ພະຍາດ​ຫຼຸດ​ລົງ​ຢ່າງ​ເດັ່ນ​ຊັດ.ພ້ອມ​ກັນນັ້ນ,ຈີນ​ຍັງ​ໄດ້​ເພີ່ມ​ທະວີການ​ປ້ອງກັນ​ແລະ​ປິ່ນປົວ​ພະຍາ​ດຕິດ​ແປດຮ້າຍ​ແຮງ​ຫຼາຍ​ຢ່າງ ​ໂຣກ​ເອດ​ແລະວັນນະ​ໂຣກ​ເປັນຕົ້ນ.

ປີ2003,ຈີນ​ໄດ້​ເລີ່​ມ​ໃຊ້​ລະບົບ​ລາຍ​ງານ​​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວສານ​ສາທາລະນະ​ສຸກ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ,​ໄດ້​ຍົກ​ສູງ​ຄວາມ​ສາມາດ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະຍາດ​ຕິດ​​ແປດ​ທີ່​ຮ້າຍ​ແຮງ.
ປ​ະຈຸ​ບັນ,ລະບົບຄ້ຳ​ປະກັນ​ປະ​ເພດ​ຕ່າງໆ​ໄດ້​​ເຜີຍ​ແຜ່​ໄປ​ເຖິງ​ປະຊາກອນ1ຕື້ກວ່າ​ຄົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດຂອງ​ຈີນ​ແລ້ວ,​ໄດ້​ອຳນວຍ​ສິ່ງ​ຄ້ຳປະກັນ​ໃຫ້​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ເພື່ອ​ຜ່ອນຄາຍ​ຄວາມ​ສ່ຽງ​ໃນ​ການ​ປິ່ນປົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>