ຈີນ​ຈະ​ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ດ້ານ​ຂໍ້​ມູນ​ຂ່າວສານ​ແລະ​ສື່ສານ​ກັບ​ອາ​ຊຽນ​ໃຫ້​ໝັ້ນຄົງ​ຕື່ມ​ອີກ

(GMT+08:00) 2008-10-22 18:05:42 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,ວັນ​ທີ22​ຕຸ​ລານີ້,ຢູ່​ນະຄອນ​ນານ​ນິງ ພາກ​​ໃຕ້​ຂອງ​ຈີນ,ທ່ານ​ໂລ​ສິນ​ຈຽນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ແລະ​ຫັນ​ເປັນ​ຂໍ້​ມູນ​ຂ່າວສານຈີນ​ກ່າວ​ວ່າ,ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຂໍ້​ມູນ​ຂ່າວສານ​ແລະ​ສື່ສານລະຫວ່າງ​ຈີນ​ກັບ​ອາ​ຊຽນສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມຂອງ​ສອງ​ຝ່າຍ.ຈີນ​ຈະ ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ດ້ານ​ຂໍ້​ມູນ​ຂ່າວສານ​ແລະ​ສື່ສານ​ກັບ​ອາ​ຊຽນ​ໃຫ້​ໝັ້ນຄົງ​ຕື່ມ​ອີກ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ເວທີ​ປຶກສາ​ຫາລື​ຂັ້ນ​ລັດຖະມົນຕີສັບປະດາ​ໂທລະ​ຄົມ ​ຈີນ-ອາ​ຊຽນຄັ້ງ​ທີ3,ທ່ານ​ໂລ​ສິນ​ຈຽນ​ສະ​ເໜີ​ໃຫ້​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ລະ​ຫວ່າງ​ລັດຖະບານ,ວິ​ສາ​ຫະກິດ​ແລະ​ອົງການ​ຄົ້ນຄວ້າ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ປອດ​ໄພດ້ານອິນ​ເຕີ​ເນັດ​ແລະ​ຂໍ້​ມູນ​ຂ່າວສານ,ລົງ​ເລິກ​ດຳ​ເນີນ​ການ​ບໍລິການ​ທົ່ວ​ໄປ​ແລະ​ການ​ຮ່ວມ​ມື​ດ້ານໂທລະ​ຄົມ​ໃນ​ຊົນນະບົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>