ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ສິງຫາ​ປີ​ນີ້,ມູນ​ຄ່າ​ການ​ຄ້າ​ຈີນ​ຫວຽດນາມ​​ໄດ້​ບັນລຸ15ຕື້200ລ້ານ​ໂດ​ລາ,​​​​ເພີ່​ມຂຶ້ນ47%ຫຼາຍກວ່າ​ໄລຍະ​ດຽວ​ກັນ​ໃນ​ປີ​ກາຍ​

(GMT+08:00) 2008-10-22 18:52:26 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ບ່າຍ​ວັນ​ທີ22 ຕຸລາ​ນີ້,​ໃນ​ເວລາ​ທ່ານ​ກ່າວ​ຫູ​ເຊິງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນເຂົ້າ​ຮ່ວມ"​ເວທີ​ປາ​ໄສ​ການ​ລົງທຶນ​ທຸລະ​ກິດ​ຫວຽດນາມ​ຈີນ",ທ່ານ​ກ່າວ​ວ່າ,​ໃນ8​ເດືອນ​ຕົ້ນ​ປີ​ນີ້,ມູນ​ຄ່າ​ການ​ຄ້າ​ ​ສອງ​ຝ່າຍ​ຈີນ​ຫວຽດນາມ​​ໄດ້​ບັນລຸ15ຕື້200ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ47%ຫຼາຍກວ່າ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້.

ທ່ານ​ກ່າວ​ວ່າ,ຈີນ​ໄດ້​ກາຍ​ເປັນ​ຄູ່​ຂາ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຂອງຫ​ວຽດນາມ4ປີ​ລຽນຕິດ.
ນອກ​ນີ້,ຮອດ​ທ້າຍ​ເດືອນ​ສິງຫາ​ປີ​ນີ້,ທຶນ​ໃນ​ຂໍ້​ຜູກ​ພັນ​ທີ່​ຈີນລົງຢູ່ຫວຽດນາມ​​ໄດ້​ບັນລຸ2ຕື້100ລ້ານ​ໂດ​ລາ.ວິ​ສາ​ຫະກິດ​ຈີນ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ຮັບ​ເໝົາ​ແຮງ​ງານ​​ແລະ​ມູນ​ຄ່ຂໍ້​ຜູກ​ພັນ​ໃຫ້ການ​ເປິກສາ​ອອກ​ແບບ​ບັນລຸ10ຕື້600ລ້ານ​ໂດ​ລາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>