ຊາວ​ກະ​ສິ​ກອນ​ແລະ​ຊາວ​ລ້ຽງ​ສັດ​50​ພັນ​ຄອບ​ຄົວ​ຕິ​ເບ​ດ​ຈະ​ຍ້າຍ​ເຂົ້າ​ຢູ່​ໃນ​ເຮືອນ​ໃໝ່

(GMT+08:00) 2008-10-23 15:50:31 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:​ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງປະ​ຊຸມ​ຄັ້ງທີ​4ຂອງ​ຄະນະ​ກຳມະ​ການພັກ​ກອມ​ມູນິດ​ຈີນເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດສະ​ໄໝ​ທີ7​ວ່າ,​ເຂດ​ຕິ​ເບດຈີນ​ຈະ​ສຳ​ເລັດ​ວຽກ​ງານ​ກໍ່ສ້າງ​ເຮືອ​ນ​ໃໝ່​ຂອງ​ຊາວກະ​ສິກອນ​ແລະ​ຊາວລ້ຽງ​ສັດ52​ພັນຄອບ​ຄົວໃນ​ປີນີ້.

ຕາມ​ແຜນ​ຂອງເຂດ​ປົກຄອງ​ຕົນ​ເອງ​ຕິ​ເບດ,​ນັບ​ແຕ່​ປີ2006​​​​ເປັນຕົ້ນ​ໄປ,​ຈະ​ໃຊ້​ເວລາ 5ປີ ​ເຮັດ​ໃຫ້​ຊາວ​ກະສິກອນ​ແລະຊາວ​ລ້ຽງສັດ​ເຂດ​ຕິ​ເບ​ດຫຼາຍ​ກວ່າ 80% ຍ້າຍ​ເຂົ້າຢູ່​​ໃນເຮືອນ​ໃໝ່​ທີ່​​ເໝາະ​ໃຊ້ ແລະປອດ​ໄພ​. ປີ​ກາຍ​ນີ້​ມີຊາວ​ກະສິ​ກອນ​ແລະ​ຊາວລ້ຽງ​ສັດຫຼາຍ​ກວ່າ 58ພັນ​ຄອບຄົວ​ຍ້າຍ​ເຂົ້າ​ໄປ​ຢູ່​ເຮືອນ​ໃໝ່​ແລ້ວ.ນີ້​ແມ່ນ​ການຈັດ​ວາງ​ທີ່​ເຂດ​ປົກຄອງ​ຕົນ​ເອງ​ຕິ​​ເບ​ດ​​ວາງ​ໄວ້ເພື່ອ​ສົ່ງ​ເສີມ​ການພັ​ດທະ​ນາກະ​ສິກຳ​ແລະກາ​ນ​ລ້ຽງສັດ​ແລະການ​ເພີ່ມ​ຕື່ມ​ລາຍ​ໄດ້ຂອງ​ຊາວກະ​ສິກອນ.​ພ້ອມ​ກັນນັ້ນ,​ຈະ​ແກ້​ໄຂ​ບັນຫາ​​​ເສັ້ນທາງ​ຄົມມະ​ນາຄົມ,​ໄຟຟ້າ​ແລະ​ນ້ຳ​ກິນປອດ​ໄພ​ແລະ​ອື່ນ​ໆ​ຂອງ​ຊົນນະ​ບົດ​ທົ່ວ​ເຂດ​ຕາມ​ແຜນການ.

ຕິ​ເບ​ດ​ແມ່ນ​ເຂດຊົນ​ເຜົ່າທີ່​ໃກ້​ກັບ​ຊາຍ​ແດນ​,​ເຊິ່ງມີ​ຊາວ​ກະສິ​ກອນ​ແລະ​ຊາວລ້ຽງ​ສັດກວມ​80%ຂອງ​ເຂດ​ນີ້,ຫວ່າງ​2ປີ​ມານີ້,​ຄະນະ​ພັກແລະ​ອົງການ​ປົກຄອງ​ເຂດ​ປົກຄອງ​ຕົນ​​ເອງ​ໄດ້​​ເພີ່​ມ​ຄວາມ​ພະຍາ​ຍາມ​ຢ່າງບໍ່​ຢຸດ​ຢັ້ງ​ໃນ​ການ​ຈັດຕັ້ງ​ປະຕິ​ບັດ​ນະ​ໂຍບາຍ​ຊ່ວຍ​ເຫຼືອ​ແລະ​ອຳນວຍ​ຜົນ​ປະ​ໂຫຍ​ດ​​ໃຫ້ແກ່​ຊາວນາ​,​ເຮັດ​ໃຫ້ລາຍ​ຮັບສຸ​ດ​ທິສະ​ເລ່ຍຕາມ​ຫົວຄົນ​ຂອງຊາວ​ກະສິ​ກ​ອນ​ແລະ​ຊາວ​ລ້ຽງ​ສັດຈະ​ຮັກສາ​ເພີ່ມຂຶ້ນ​10%ຂຶ້ນ​​ໄປ​ຕໍ່​ປີໃນ​ໄລຍະ​5ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>