ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຕັ້ງ​ໜ້າ​ພິ​ຈາ​ລະ​ນາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ການ​ເງິນ​ສາ​ກົນ

(GMT+08:00) 2008-10-23 18:32:08 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 23 ຕຸລາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຕັ້ງໜ້າ​ພິຈາ​ລະນາ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ການ​ເງິນ​ສາກົນ​ທີ່​ກຳລັງ​ກະກຽມ​ຢູ່.

ໃນ​ກອງ​ປະຊຸມ​ນັກຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຊິນ​ກາງ​ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ການ​ເງິນ​ສາກົນ, ຍິນ​ດີ​ຕັ້ງໜ້າ​ພິຈາ​ລະນາ​ການ​ຮ່ວມ​ປະຊຸມ, ​ແລະ​ຈະຮັກສາ​ການ​ແລກປ່ຽນ​ແລະ​ປະສານ​ງານ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ. ຈີນ​ມີ​ເຈດ​ຈຳນົງ​​ໃຫ້​ປະຊາ​ຄົມ​ໂລກ​ເປິ​ກສາ​ຫາ​ລື​ຢ່າງ​ສະ​ເໝີ​ພາບ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພ້ອມ​ກັນ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ​ໃນ​ປະຈຸ​ບັນ, ພ້ອມ​ກັນ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ໃນ​ດ້ານ​ເສ​ດຖະກິດ​ການ​ເງິນ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>