ຝ່າຍ​ຈີນ​ຍິນ​ດີ​ຕັ້ງໜ້າ​ຊຸກຍູ້ການ​ສ້າງ​ຕັ້ງຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ພາຍ​ໃຕ້​ຂອບ​"10+3"

(GMT+08:00) 2008-10-23 20:31:01 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ23 ຕຸລາ​ນີ້,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ເປັນປະຈຳ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ຕັ້ງໜ້າ​ຊຸກຍູ້​ການສ້າງ​ຕັ້ງຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ພາຍ​ໃຕ້​ຂອບ​" 10+3"ຄື10ປະ​ເທດ​ອາຊ​ຽນກັບ​ຈີນ​ຍີ່ປຸ່ນ​ແລະ​ສ.​ເກົາຫຼີ.

ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ການສ້າງ​ຕັ້ງຄັງ​ສຳຮອງເງິນຕາ​ຕ່າງປະ​ເທດ​ພາຍ​ໃຕ້​ຂອບ​"10+3"​ແມ່ນ​ບາດກ້າວ​ຕົວ​ຈິງ​ຂອງ"ສັນຍາ​ຊຽງ​ໄໝ່"​ຫຼາຍ​ຝ່າຍ,ບັນດາ​ຝ່າຍ​ກ່ຽວຂ້ອງ​ໄດ້​ກ້າ​ວ​ເຖິງ​​ຂັ້ນ​ມີຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ເລື່ອງ​ນີ້,ຝ່າຍ​ຈີນຖື​ທ່າ​ທີ​ອັງ​ຕັ້ງໜ້າ​ຕໍ່​ເລື່ອງ​ນີ້,ຍິນດີ​ສືບຕໍ່​ຫາລື​ກັບບັນດາ​ຝ່າຍ​ທີ່ກ່ຽວຂ້ອງ.

ຕາມ​ໄດ້​ຊາບ,ຈຸດປະສົງ​ຕົ້ນ​ຕໍ​ຂອງ​ການ​ສ້າງ​ຕັ້ງ​ຄັງ​ສຳຮອງເງິນຕາ​ຕ່າງປະ​ເທດ​ແມ່ນ​​ເພື່ອຊ່ອຍ​ເຫຼືອ​ບາງ​ປະ​ເທດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ພາຍ​ໃຕ້​ສະພາບ​ທີ່ ​ທະນາຄານ​ສາກົນ​​ປະກົດ​ມີ​ການ​ປັ່ນປ່ວນ,ການຈໍລະ​ຈອນເງິນຕາ​ຕ່າງປະ​ເທດ​ມີ​ຄວາມ​ຫຍຸ້ງຍາກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>