ດ່ານພາສີເຮີໂຂເລົ່າກ່າຍຈີນຫວຽດນາມເກາະແຂນກັນຊຸກຍູ້ "ການກວດກາຢູ່ດ່ານດຽວ"
(GMT+08:00) 2008-10-31 20:12:45 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິ່ນຮວາ: ຫວ່າງມໍ່ໆນີ້, ພະນັກງານ 7 ຄົນຂອງດ່ານພາສີເລົ່າກ່າຍຫວຽດນາມໄປຮອດດ່ານພາສີເຮີໂຂທີ່ຂຶ້ນກັບດ່ານພາສີຂອງນະຄອນຄຸນມິງຈີນ, ສຳຫຼວດລະບຽບເຮັດວຽກ, ວິທີຕິດຕາມຄຸ້ມຄອງ, ການຄຸ້ມຄອງຄວາມສ່ຽງ, ການສ້າງສາໃຫ້ຫັນເປັນຂໍ້ມູນຂ່າວສານແລະມາດຕະການໃນດ້ານຊຸກຍູ້ໃຫ້ການຄ້າສະດວກຂຶ້ນ, ຮ່ວມກັນຄົ້ນຄວ້າແລະຊຸກຍູ້ "ການກວດກາຢູ່ດ່ານດຽວ".
ໃນເວລາໄປເອົາຂ່າວຢູ່ດ່ານພາສີເຮີໂຂ, ນັກຂ່າວໄດ້ຊາບວ່າ, ໃນໜຶ່ງອາທິດທີ່ເລີ່ມແຕ່ວັນທີ 27 ຕຸລານີ້, ພະນັກງານດ່ານພາສີເລົ່າກ່າຍຫວຽດນາມຈະໄປແຫ່ງຕ່າງໆຂອງດ່ານພາສີເຮີໂຂ, ເຊັ່ນ: ບ່ອນກວດການັກທ່ອງທ່ຽວ, ການເຂົ້າອອກດ່ານ, ການຕິດຕາມຄຸ້ມຄອງການຂົນສົ່ງສິນຄ້າທາງຫຼວງ, ການຕິດຕາມຄຸ້ມຄອງການຂົນສົ່ງສິນຄ້າທາງລົດໄຟແລະການຕິດຕາມຄຸ້ມຄອງຕະຫຼາດຊື້ຂາຍຂອງປະຊາຊົນເຂດຊາຍແດນເປັນຕົ້ນ,ແລະແລກປ່ຽນຫາລືກັບພະນັກງານດ່ານພາສີເຮີໂຂ.
ປະຈຸບັນ, ດ່ານພາສີຈີນພວມຮ່ວມມືກັບດ່ານພາສີຫວຽດນາມ, ຍາດແຍ່ງສ້າງໂຄງການຕົວຢ່າງ "ການກວດກາຢູ່ດ່ານດຽວລະຫວ່າງເຮີໂຂກັບເລົ່າກ່າຍ"ໃຫ້ສຳເລັດໂດຍໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ