ຈີນ​ຈະ​ລົງທຶນ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ຟື້ນ​ຟູ​ແລະ​ກໍ່ສ້າງສິ່ງ​ກໍ່ສ້າງ​ບໍລິການ​ສາທາ​ລະນະ​​ໃນ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເມືອງ​ເວິ້ນຊ່ວນ

(GMT+08:00) 2008-11-05 19:35:39 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 5 ພະຈິກ​ນີ້, 11 ພາກສ່ວນ​ຂອງ​ລັດຖະບານ​ຈີນ​ໄດ້​ຮ່ວມ​ກັນ​ປະກາດ"​ແຜນ​ການ​ຟື້ນ​ຟູ​ແລະ​ກໍ່ສ້າງ​ສິ່ງ​ກໍ່ສ້າງບໍລິການ​ສາທາລະນະຫຼັງ​ໄພ​ແຜ່ນດິນ​ໄຫວ​ເມືອງ​ເວິ້ນຊ່ວນ", ຕາມ​ແຜນ​ການ, ຈີນ​ຈະ​ລົງທຶນ​ປະມານ 120 ຕື້​ຢວນ, ​ໃຊ້​ເວລາ​ປະມານ 3 ປີ, ສຳ​ເລັດ​ວຽກ​ງານ​ຟື້ນ​ຟູ​ແລະ​ກໍ່ສ້າງສາ​​ສິ່ງ​ກໍ່ສ້າງ​ບໍລິການ​ສາທາລະນະ​ຂອງ​ເຂດ​ປະສົບ​ໄພ​ໜັກໜ່ວງ​ທີ່​ສຸດ​​ແລະ​ເຂດ​ປະສົບ​ໄພ​ໜັກ​ໜ່ວງຂອງ​ແຂວງ​ເສ​ສວນ ​ແຂວງ​ກາງ​ຊູ່​ແລະ​ແຂວງ​ສ້າ​ນຊີ. ​ໃນ​ນັ້ນ​ການ​ສ້າງສາ​ຄືນ​ໃໝ່​​ໃນ​ຂົງ​ເຂດ​ການ​ສຶກສາ​ແລະ​ສາທາລະນະ​ສຸກ​ຄາດ​ວ່າ​ຈະ​ຫຼາຍ​ກວ່າ 56% ຂອງ​ຍອດ​ມູນ​ຄ່າ​ການ​ລົງທຶນ."

ສິ່ງ​ກໍ່ສ້າງ​ບໍລິຫານ​ສາທາລະນະ​ທັງ​ໝົດ​ທີ່​ກໍ່ສ້າງຄືນ​ໃໝ່, ລ້ວນ​ແຕ່​ຕ້ອງ​ປະຕິບັດ​ມາດຕະຖານ​ການ​​ແບບບັງຄັບ​ຢ່າງ​ເຄັ່ງ​ລັດ​ແລະ​ມາດຕະຖານ​ກໍ່ສ້າງ​ຂອງ​ຂະ​ແໜງ​ການ​ຕ່າງໆ, ຍົກ​ສູງ​ມາດຕະຖານ​ຕ້ານ​ໄພ​ແຜ່ນດິນ​ໄຫວ​ແລະ​ຄຸນ​ນະ​ພາບ​ຂອງ​ສິ່ງ​ກໍ່ສ້າງ. ພ້ອມ​ກັນ​ນັ້ນ​ຮັບປະກັນ​ໃຫ້​ປະຊາຊົນ​ຂອງ​ເຂດ​ປະສົບ​ໄພ​ທຸກ​ຄົນ​ສາມາດ​ໄດ້​ຮັບ​ບໍລິການ​ສາທາລະນະ​ພື້ນຖານ, ​ເງື່ອນ​ໄຂສິ່ງ​ກໍ່ສ້າງ​ບໍລິການ​ສາທາລະນະ​ ຈຳ​ນວນ​ແລະ​ຄຸນ​ນະພາ​ບທີ່​ປະຊາຊົນ​ເຂດ​ປະສົບ​ໄພ​ໄດ້​ຮັບ​ນັ້ນ​ສູງ​ກວ່າ​​ກ່ອນ​ເກີດ​ໄພ​ແຜ່ນດິນ​ໄຫວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>