ພັກ​ຮ່ວມ​ລັດຖະບານ​ໄທ​ເຫັນ​ດີ​ດັດ​ແປງ​ລັດຖະທຳ​ມະນູນ​​ເພື່ອປະກອບ​ເປັນ​ກອງ​ປະຊຸມຮ່າງລັດຖະທຳ​ມະນູນ​ຄັ້ງ​ໃໝ່

(GMT+08:00) 2008-11-06 16:25:30 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ5 ພະຈິກ​ນີ້,ພັກ​ຮ່ວມ​ລັດຖະບານໄທ​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ,​ເຫັນ​ດີ​ດັດ​​ແກ້ມາດຕາ291ຂອງ​ລັດຖະທຳ​ມະນູນ,​ເພື່ອ​ປະກອບ​ເປັນ​ກອງ​ປະຊຸມ​ຮ່າງລັດຖະທຳ​ມະນູນ​ຄັ້ງ​ໃໝ່.

ຕອນ​ແລງ​ມື້​ດຽວ​ກັນ,ສະມາຊິກ​ສຳຄັນ​ຂອງ​6ພັກຮ່ວມ​ລັດຖະບານໄທ​ທີ່​ຖື​ພັກ​ພະລັງ​ປະຊາຊົນ​ເປັນຫຼັກ​ໄດ້​ຮ່ວມ​ຮັບ​ປະທານ​ອາຫານ​ຄຳຢູ່​ບາງກອກ,​ແລະ​​ເປິກສາຫາລື​ກ່ຽວ​ກັບສະຖານະ​ການການ​ເມືອງ​ຂອງ​ຊາດ​ໃນ​ປັດ​ຈຸບັນ.​ໃນ​ເວລາໃຫ້​ສຳພາດ​ຕໍ່ນັກ​ຂ່າວຫຼັງຈາກ​ນັ້ນ,ທ່ານ​ສົມ​ຊາຍ ວົງ​ສະ​ວັດ ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ,ພັກ​ຮ່ວມ​ລັດຖະບານ​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ,​ເຫັນ​ດີ​ຊຸກຍູ້​ການດັດ​​ແກ້ມາດຕາ​ທີ291ຂອງ​ລັດຖະທຳ​ມະນູນ,ມາດຕາ​ດັ່ງກ່າວແມ່ນ​ເງື່ອນ​ໄຂ​​ເບື້ອງ​ຕົ້ນ​ຂອງ​ການໄຂ​​ກອງ​ປະຊຸມ​ຮ່າງລັດຖະທຳ​ມະນູນ​ຄັ້ງ​ໃໝ່​ທີ່​ມີບຸກຄົນ​ວົງ​ການ​ຕ່າງໆຈາກ​ສັງຄົມ​ເຂົ້າ​ຮ່ວມ​.ທ່ານ​ກ່າວ​ເນັ້ນ​ວ່າ,ພາຍຫຼັງຈັດ​ກອງ​ປະຊຸມລັດຖະທຳ​ມະນູນ​ຄັ້ງ​ໃໝ່​​ແລ້ວ,ພັກ​ຮ່ວມ​ລັດຖະບານ​ໃດໆ​ກໍ່​ຈະ​ບໍ່​ເຂົ້າ​ຮ່ວມ​ວຽກ​ງານ​ດັດ​ແກ້​ມາດຕາ​ອື່ນໆ​ຂອງ​ລັດຖະທຳ​ມະນູນ.

ພ້ອມ​ກັນ​ນັ້ນ,ທ່ານ​ສົມ​ຊາຍ​ຍອມຮັບວ່າ,ທ່ານ​ວິຕົກ​ກັງວົນນຳ​ບັນຫາ​ດັດ​​​ແກ້ລັດຖະທຳ​ມະນູນ​ອາດ​ຈະ​ເຮັດ​ໃຫ້​ຂໍ້​ຂັດ​ແຍ່ງ​ລະຫວ່າງ​ຝ່າຍທີ່​ເປັນ​ປໍ​ລະ​ປັກ​ກັນ​ພາຍ​ໃນ​ປະ​ເທດຮ້າຍ​​ແຮງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>