ກົມ​ໃຫຍ່​ພາສີ​ຈີນ​ກ່າວ​ວ່າ ສະພາບ​ທົ່ວ​ໄປ​ຂອງ​ການ​ຄ້າຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ຍັງດີ​ຢູ່

(GMT+08:00) 2008-11-06 17:53:07 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 6 ພະຈິກ​ນີ້,ຜູ້​ຮັບຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ກົມ​ໃຫຍ່ພາສີ​ຈີນກ່າວວ່າ,​ເຖິງ​ວ່າການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຊ້າ​ລົງ​ກໍ່ຕາມ,​ແຕ່​ເມື່ອ​ທຽບ​ກັບສະ​ຖານະ​ການ​ເສດຖະກິດ​ສາກົນ​ທີ່​ສັບສົນ​ແລະໜັກ​ໜ່ວງໃນ​ປະຈຸ​ບັນ​ນີ້,ສະພາບ​ທົ່ວ​ໄປ​ຂອງການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ຈີນຍັງ​ແມ່ນ​ດີ​ຢູ່,​ໄດ້​ສືບ​ຕໍ່ຮັກສາ​ການ​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ.

ຕາມ​ສະ​ຖິຕິ​ຂອງ​ດ່ານ​ພາສີ,​ໃນ 3 ​​ໄຕ​ມາດ​ທຳ​ອິດ​ປີ​ນີ້,ຍອດ​ມູນ​ຄ່າການ​ຄ້າຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ມີ 1967 ຕື້ 100 ລ້ານ​​ໂດ​ລາ,​​ເພີ່ມ​ຂຶ້ນຫຼາຍ​ກວ່າ 25% ​​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.​ໃນ​ນັ້ນ,ສົ່ງ​ອອກ​ມີ 1074 ຕື້​ໂດ​ລາ,​ເພີ່ມ​ຂຶ້ນ​ຊ້າ​ລົງ 8,1%;ນຳ​ເຂົ້າ​ມີ 893 ຕື້ 100 ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຊ້າ​ລົງ 4,5%.

ຜູ້​ຮັບຜິດ​ຊອບ​ຜູ້​ນີ້​ກ່າວ​ວ່າ,​ໃນ 3 ​ໄຕ​ມາດ​ທຳ​ອິດ​ປີ​ນີ້,​ເວົ້າ​ຈາກ​ດ້ານ​ລວມ​ແລ້ວ,ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ຈີນ​​ໄດ້ຮັກສາ​ສະ​ພາບ​ໝັ້ນ​ທ່ຽງ,​ແລະ​ມີ​ປັດ​ໄຈອັນ​ຕັ້ງໜ້າ​ຈຳນວນ​ໜຶ່ງ,ຕົວຢ່າງ​ຄື:ການ​ຄ້າສອງ​ຝ່າຍ​ລະຫວ່າງ​ຈີນ​ກັບປະ​ເທດ​ທີ່​ເປັນ​ຕະ​ຫຼາດ​ຈະ​ເລີນ​ໃໝ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ,ການ​ສົ່ງ​ອອກຜະລິດ​ຕະພັນກົນຈັກ​ແລະ​ເຄື່ອງ​ໄຟຟ້າໄດ້​ຮັກສາທ່າ​ອຽງ​ເພີ່ມ​ຂຶ້ນ,​ເຄື່ອງ​ໃຊ້​ປະຈຳ​ວັນ​ທີ່​ລາຄາ​ຖືກ​ຂອງ​ຈີນຍັງ​ມີ​ກຳລັງ​ແກ່ງ​ແຍ່ງ​ໃນ​ການ​ສົ່ງ​ອອກ​ໃນ​ລະດັບ​ໃດ​ໜຶ່ງ​ແລະ​ຕະຫຼາດ​ກໍ່​ຕ້ອງການ​ອ່າວ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>