ກຳ​ປັ່ນ​ຝຶກ​ແອບ"​​​ເຈີ້​ງ​ເຮີ"ຂອງຈີນ​ໄປ​ຢ້ຽມຢາມ​ກຳປູ​ເຈຍ

(GMT+08:00) 2008-11-06 18:01:04 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊີ​ນຮວາ:ຕອນ​ເຊົ້າວັນ​ທີ 5 ພະຈິກ​ນີ້,ກຳ​ປັ່ນ​ຮົບ​ຝຶກ​ແອບ​ທີ່​ຊື່ວ່າ"​​​ເຈີ້​ງ​ເຮີ"ຂອງ​ກອງທັບ​ທະ​ເລ​ຈີນ​​ໄດ້​ແລ່ນ​ເຂົ້າ​ທ່າ​ກຳ​ປັ່ນສີຫະນຸຂອງ​​ເມືອງສີຫະ​ນຸກຳປູ​ເຈຍ,​ເລີ່​ມຢ້ຽມຢາມ​ສັນທະ​ວະ​ໄມຕີ​ຢ່າງ​ເປັນ​ທາງ​ການ​ຕໍ່​ກຳປູ​ເຈຍ​ເປັນ​ເວລາ 9 ວັນ.ນີ້​ແມ່ນ​ກຳ​ປັ່ນ​ຮົບ​ຂອງ​ຈີນ​ໄປ​ຢ້ຽມຢາມ​ກຳປູ​ເຈຍ​ເປັນ​ເທື່ອ​ທຳ​ອິດ.

ຕອນ​ຄ່ຳ​ວັນ​ທີ 5 ພະ​ຈິກ​ນີ້,ທ່ານ​ຕີ​ບານ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ກຳ​ປູ​ເຈຍ​ແລະ​ທ່ານ​ເກ​ກິມຢັນ ຜູ້​ປັນ​ຊາ​ການ​ໃຫຍ່ລາ​ຊາ​ກອງ​ທັບ​ກຳປູ​ເຈຍ​​ໄດ້​ຈັດ​ງານ​ລ້ຽງ​ເຫຼົ້າ,​ເພື່ອ​ຕ້ອນ​ຮັບ​ການ​ຢ້ຽມ​ຢາມຂອງ​ກຳ​ປັ່ນ​ຮົບ"​​ເຈີ້​ງ​ເຮີ",​ແລະ​ອວຍ​ພອນ​ໃຫ້ການ​ຮ່ວມ​ມື​ແລະການແລກປ່ຽນ​ດ້ານ​ການ​ທະຫານ​ລະຫວ່າງ​ສອງ​ປະ​ເທດຈະ​ໄດ້​ຮັບ​ການ​ຂະຫຍາຍຕົວ​ແລະຄວາມ​ກ້າວໜ້າຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>