ທ່ານ​ຕູ້​ຊິ່ນ​ລິນ​ພົບ​ປະ​ຜູ່​ແທນ​ສ່ວນ​ຕົວ​ຂອງ​ດາ​ໄລລາ​ມະ

(GMT+08:00) 2008-11-06 19:22:46 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຕູ້​ຊິ່ງລິນ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງທົ່ວ​ປະ​ເທດ​ຈີນ ຫົວ​ໜ້າຄະນະ​ແນວ​ໂຮມ​​ເອກະ​ພາບ​ສູນ​ກາງ​ພັກ​ກອມ​ມູນິດ​ໄດ້​ພົບ​ປະ​ທ່ານ​ໂລ​ຕີ ​ເກ​ຍຣີ ​ແລະ​ທ່ານ​ເຄີ​ຊາງ ​ເກ​ຍ​ເຊີນ ຜູ່​ແທນ​ສ່ວນ​ຕົວ​ຂອງ​ດາ​ໄລລາ​ມະ.

ທ່ານ​ຕູ້​ຊິ່ງລິນ​ໄດ້​ແນະນຳ​ສະພາບ​ການ​ທີ່​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ປະ​ເທດ​ແລະ​​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໃນ​ປະຈຸ​ບັນ ສະພາບການ​ຕ້ານ​ໄພ​ກູ້​ໄພ​ແຜ່ນດິນ​ໄຫວ ​ແລະ​ຕໍ່ຕ້ານ​ໄພ​ຫິມະ​ໜັກໜ່ວງ​ທີ່​ເຫັນ​ໜ້ອຍ​ໃນ​ປະ​ຫວັດ​ສາດ​ຂອງ​ຕິ​ເບ​ດ.ທ່ານ​ຊີ້​ອອກ​ວ່າ,ການພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ​ແມ່ນ​ກະ​ແສ​ປະຫວັດສາດ​ທີ່​ກັ້ນກາງ​ບໍ່​ໄດ້,ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ແລະຄວາມກ້າວໜ້າຢ່າງ​ບໍ່​ຢຸດ​ຢັ້ງຂອງ​ຕິ​ເບ​ດ​ໃນວົງ​ຄະນາ​ຍາດ​ຊາດ​ແມ່ນ​ຄວາມ​ຈິງ​ທີ່​ນອກ​ຕົວ​ທີ່​ຄົນ​ທັງຫຼາຍ​ເຫັນ​ກັບ​ຕາ.

ທ່ານ​ຕູ້​ຊິ່ງລິນ​ກ່າວ​ວ່າ,​ໃນ​ບັນຫາ​ຫຼັກການ​ທີ່​ປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະ​ພາບ​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ,ບໍ່​ວ່າ​ໃນ​ຍາມ​ໃດໆ ​ໃຕ້​ກໍລະນີໃດໆ ລ້ວນ​ແຕ່​ຈະ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​ແລະ​ອ່ຽງ​ໄປ​ທາງ​ອື່ນ. ນັບ​ແຕ່​ປີ​ນີ້​​ເປັນຕົ້ນມາ,ສູນ​ກາງ​ໄດ້​ຈັດ​ວາງ​ໃຫ້​ຜູ່​ແທນ​ສ່ວນ​ຕົວ​ຂອງ​ດາ​ໄລລາ​ມະ​ກັບ​ຄືນ​ປະ​ເທດ​ເພື່ອ​​ເຈລະຈາ​ກັນ​ເປັນ3​ເທື່ອ,​ໄດ້​ສ່​ອງ​ແສງ​ໃຫ້​ເຫັນຄວາມ​ຈິງ​ໃຈ ​ໃຈກວ້າງ​ຂອງ​ສູນ​ກາງ​ຢ່າງ​​ເຕັມທີ່,ດາ​ໄລລາ​ມະ​ຄວນ​ເຄົາລົບ​ປະຫວັດສາດ ​ເຫັນ​ຖືກ​ກັບ​ຄວາມ​ຕົວ​ຈິງ ສອດຄ່ອງ​ກັບ​ຍຸກ​ສະ​ໄໝ,ດັດ​ແກ້​ເຈດ​ຈຳນົງ​ທາງ​ການ​ເມືອງຂອງ​ຕົນ​ຢ່າງ​ຮາກ​ຖານ,ສ້າງ​ເງື່ອນ​ໄຂ​ທີ່​ດີ​​ໃຫ້ການ​ເຈລະຈາກັນ​ຮັບ​ຄວາມ​ຄືບ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>