ຫົວຫນ້​າກົມ​ຕຳຫຼວດ​ແຫ່ງ​ຊາດ​ກຳປູ​ເຈຍ​ເສຍ​ຊີວິດ​ຍ້ອນ​ຍົນ​ຕົກ

(GMT+08:00) 2008-11-10 10:29:00 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 9 ພະຈິກ​ນີ້,  ທ່ານ​ຂຽວກັນ ຫາຣິດ ​ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າ​ວທັງ​ເປັນ​ໂຄສົກ​ຂອງ​ລັດຖະບານ​ກຳປູ​ເຈຍ​ກ່າວ​ວ່າ,  ຕອນ​ຄ່ຳ​ມື້​ດຽວ​ກັນ,ຍົນ​ເຣລິ​ກົບ​ແຕ​ທີ່​ທ່ານ​ຮົກ ລຸນ​ດີ ຫົວຫນ້າ​ກົມຕຳຫຼວດ​ແຫ່ງ​ຊາດ​ກຳປູ​ເຈຍຂີ່​ນັ້ນ​ໄດ້​ຕົກ​ຢູ່​ແຂວງສະ​ເວຣຽງ,  4 ຄົນ​ໃນ​ຍົນ​ລຳ​ນີ້ໄດ້​​ເສຍ​ຊີວິດ​ຫມົດ.

ທ່ານ​ຂຽວ​ກັນຫາຣິດກ່າວ​ວ່າ, ຜູ່​ເສຍ​ຊີວິດ​ເຫຼົ່າ​ນີ້​ລວມມີ​ທ່ານຣົກ ລຸນ​ດີ ນາຍ​ທະຫານ​ຊັ້ນ​ສູງຜູ່​ຫນຶ່ງ​ແລະ​ນັກ​ບິນ 2 ຄົນ.  ທ່ານ​ກ່າວ​ວ່າ, ຍົນ​ເຣລິ​ກົບ​​​ແຕ​ລຳ​ນີ້​ໄດ້​ອອກ​ເດີນທາງ​ຈາກ​ນະຄອນ​ຫຼວງພະນົມ​ເປັນ​ໃນ​ເວລາ​ປະມານ 19 ​ໂມງ 20 ນາທີ​ຂອງຕອນ​ຄ່ຳວັນ​ທີ 9 ພະຈິກ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ ​ ​, ຫຼັງ​ຈາກ 15 ນາທີ​ແລ້ວ​ກໍ່ຂາດ​ການຕິດ​ຕໍ່​ກັບ​ຫນ້າດິນ, ພາຍຫຼັງ​ມາ ຈຶ່ງ​​ພົບຍົນ​ຕົກ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ສຽງໃຕ້​ຂອງ​ແຂວງສະ​ເວຣຽງ.


ທ່ານ​ຂຽວ​ກັນຫາຣິດຍັງ​ກ່າວ​ວ່າ, ​ເມື່ອຜ່ານຈາກ​ການສຳ​ຫຼວດ​ໃນ​ເບື້ອງ​ຕົ້ນ, ສາ​ເຫດ​ທີ່​ຍົນ​ເກີດ​ອຸປະຕິ​ເຫດ​ອາດ​ຈະ​ແມ່ນ​ຍ້ອນອາກາດບໍ່​ດີ, ຍ້​ອນ​ໃນ​ຂະນະ​ນັ້ນກຳລັງ​ມີ​​ຝົນຕົກ​ແຮງຢູ່. ​
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>