ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ລັດ​ຖະ​ບານ​ສູນ​ກາງ​ກັບ​ຜູ່​ຕາງ​ຫນ້າ​ຂອງ​ດາ​ໄລ​ລາ​ມະ​ຍັງ​ມີ​ຄວາມ​ເຫັນ​ຂັດ​ກັນ​ຫລາຍ

(GMT+08:00) 2008-11-10 15:43:25 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ວັນ​ທີ 10 ພະຈິກ​ນີ້ ຢູ່​ປັກ​ກິ່ງ, ທ່ານ​ຈູ​ເວີຍ​ຊຸນ ຮອງ​ຫົວຫນ້າ​ປະຈຳຂອງ​ຄະນະ​ແນວ​ໂຮມ​ເອກະພາບ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ວ່າ, ຫວ່າງ​ແລ້ວນີ້,ລັດຖະບານ​ສູນ​ກາງ​ໄດ້​ເຈລະຈາ​ກັບ​ຜູ່​ຕາງຫນ້າ​ສ່ວນ​ຕົວ​ຂອງ​ດາ​ໄລລາ​ມະ,ຍັງ​ມີ​ຄວາມ​ເຫັນ​ຂັດ​ກັນ​ຫລາຍ​ໃນ​ດ້ານທັດສະນະ​ຂອງ​ໃຜລາວ,​ແຕ່​ບັນຍາກາດທົ່ວ​ໄປ​ແມ່ນ​ກົງ​ໄປ​ກົງ​ມາ.

ທ່ານ​ຈູ​ເວີ​ຍຊຸນ​​ແນະນຳ​ວ່າ, ​ໂລ​ດີ​ ກີ​ອາຣີ​ແລະ​ເກີຊັງ ກີ​ອາ​ເຊັນ​ທີ່​ເປັນ​ຜູ່​ຕາງຫນ້າ​ສ່ວນ​ຕົວ​ຂອງ​ດາ​ໄລລາ​ມະມາ​ປັກ​ກິ່ງ​ເທື່ອ​ນີ້,​ໄດ້​ຍື່ນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ໃຫ້​ຊາວ​ເຜົ່າ​ຕິ​ເບ​ດທຸກ​ຖ້ວນ​ຫນ້າ​ປົກຄອງ​ຕົນ​ເອງຢ່າງ​ແທ້​ຈິງ​ໃຫ້​ລັດຖະບານ​ສູນ​ກາງ,​ໃນ​ນັ້ນ ຄວາມ​ຮຽກຮ້ອງ​ຕ່າງໆ​ກ່ຽວ​ກັບການ​ປົກຄອງ​ຕົນ​ເອງ​ຢ່າງ​ແທ້​ຈິງ,​​ໄດ້​ເຮັດ​ໃຫ້ການ​ນຳ​ເປັນ​ເອກະ​ພາບ​ກັນ​ຂອງ​ສູນ​ກາງເປັນ​ປໍ​ລະ​ປັກ​ກັບ​ການ​ປົກຄອງຕົນ​ເອງ​ຂອງ​​ເຂດຊົນ​ເຜົ່າ​,​ເຈດ​ຕະນາ​ປະຕິ​ເສດ ກຳຈັດ​ແລະບັ່ນ​ທອນ​ສິດ​ອຳນາດ​ຂອງ​ລັດຖະບານ​ສູນ​ກາງ.ທ່ານ​ຈູ​ເວີຍ​ຊຸນ​ກ່າວ​ວ່າ,ຄວາມ​ເປັນ​ເອກະ​ພາບ​ກັນ​ຂອງ​ຊາດ ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແລະກຽດ​ສັກ​ສິຂອງ​ປະຊາ​ຊາດ​ແມ່ນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ປະຊາຊົນ​ຈີນ,ຕໍ່​ເລື່ອງ​ນີ້​ລັດຖະບານ​ສູນ​ກາງບໍ່​ຜ່ອນ​ສັ້ນຜ່ອນ​ຍາວ​ໃຫ້​ເດັດຂາດ​.ປະຕູ​ໃຫຍ່​ທີ່​ທາງ​ສູນ​ກາງ​ເປີດ​​ໃຫ້​ດາ​ໄລລາ​ມະ​​ໃຫ້ກັບ​ຄືນ​ສູ່​ຫລັກ​ຫມັ້ນຮັກ​ຊາດ​ນັ້ນ​ແມ່ນ​ເປີດ​ໄວ້​ໂດຍ​ຕະຫລອດ,​ແລະ​ກໍ່​ຈະ​ເປີດ​ຢູ່​ຕໍ່​ໄປໃນຕໍ່ຫນ້າ​ນີ້​ເຊັ່ນກັນ, ​ແຕ່​ສຳລັບ​ການ​ໃຫ້​ຕິ​ເບ​ດ​ເປັນ​ເອກະລາດ ​ເຄິ່ງ​ເອກະລາດ​ຫລື​ເປັນເອກະລາດ​ໃນ​ຄວາມ​ຫມາຍ​ອື່ນໆ​ແມ່ນ​ບໍ່​​ເຄີຍ​ເປີດ​ປະຕູ​ໃຫ້​ຈັກ​ເທື່ອ, ​ແລະພາຍ​ຫນ້າກໍ່ຈະ​ບໍ່​ເປີດ​ໃຫ້​ຄື​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>