ທ່ານ​​ໂຈ່​ວຢົງ​ຄ່າງ​ພົບ​ປະລັດຖະມົນຕີ​ຕ່າງປະ​ເທດຂອງ​ບຣູ​ໄນ

(GMT+08:00) 2008-11-10 15:43:45 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:​ຕອນ​ຄ່ຳ​ວັນ​ທີ9 ພະຈິກ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ,ຢູ່​ປັນ​ດາເຊຣີ​ເບ​ກາ​ວັນ,ທ່ານ​ໂຈ່​ວຢົງ​ຄ່າງ  ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,​ເລຂາ​ຄະນະ​ພັກ​ຄະນະກຳມະການ​ການ​ເມືອງ​ແລະ​ກົດໝາຍ​ສູນ​ກາງ​ທີ່​​ແວ່​ຢ້ຽມຢາມ​ບຣູ​ໄນ​ໄດ້​ພົບ​ປະ​​ເຈົ້າຊາບ​ໂມ​ຮາ​ເມດ ​ໂບ​ເກ​ຍ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ຂອງ​ບຣູ​ໄນ.

ທ່ານ​ໂຈ່​ວຢົງ​ຄ່າງ​ກ່າວ​ວ່າ,​ແຕ່ສ້າງ​ສາຍສຳພັນ​ການ​ທູດ17ປີ​ມາ​ນີ້,ການ​ພົວພັນມິດຕະພາບລະຫວ່າງ​ຈີນ​ກັບ​ບຣູ​ໄນ​ຂະ​ຫຍາ​ຍຕົວ​ເປັນ​ຢ່າງ​ດີ​ຕະຫຼອດ​ມາ.​ໂດຍ​ສະ​ເພ​າະ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ຮອບດ້ານລະຫວ່າງ​ສອງ​ປະ​ເທດ​​ໄດ້ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ.​​ບຣູ​ໄນໃນ​ຖານະທີ່ເປັນປະ​ເທດຜູ້​ປະສານ​ງານຂອງ​ອາຊ​ຽນກັບຈີນ​,​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ເພື່ອ​ລົງ​ເລິກ​ການ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາຊ​ຽນ.

ເຈົ້າ​ຊາບໂມ​ຮາ​ເມດ ​ໂບ​ເກ​ຍ​ໄດ້ຕາງໜ້າ​ຊຸນ​ຕານ​ບຣູ​ໄນ​ອວຍພອນຢ່າງ​ສຸດ​ໃຈ​ຕໍ່​ຈີນທີ່​ໄດ້​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ກອງ​ປະຊຸມ​ຜູ່​ນຳ​ສຸດ​ຍອດ​ອາຊີ​ເອີ​ລົບ​ຢ່າງ​ສຳ​ເລັດ​ຜົນ.ທ່ານ​ກ່າວ​ວ່າ,ບຣູ​ໄນ​ສະໜັບສະໜູນ​ຈີນ​ເສີມ​ຂະຫຍາຍ​ບົດ​ບາດ​ນັບ​ມື້​ນັບ​ສຳຄັນ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ,ຍິນ​ດີ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ກັບ​ຈີນ,ບັນລຸ​ການ​ພັດທະນາ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>