ຄະນະ​ຜູ່​​ແທນ​ນັກວິຊາ​ການ​ຕິ​ເບ​ດສຶກສາ​ຈີນ​ແນະນຳ​ຕິ​ເບ​ດຕໍ່​ສື່​ມວນ​ຊົນ​ສ.​ເຊັກ

(GMT+08:00) 2008-11-11 17:46:08 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ10​ພະຈິກ​ນີ້,ຄະນະ​ຜູ່​​ແທນ​ນັກວິຊາ​ການ​ຕິ​ເບ​ດສຶກສາ​ຈີນ​ທີ່​ພວມ​ຢ້ຽມຢາມ​ ສ.​ເຊັກ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຢູ່​ປຼາກ,​ເພື່ອ​ແນະ​ນຳ​ສະພາບ​ການ​ພັດ​ທະ​ນາ​ສັງ​ຄົມ,​ເສດ​ຖະ​ກິດ​ແລະ​ດ້ານ​ອື່ນໆ​ຂອງ​ຕິ​ເບ​ດ,​ແລະ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສ.​ເຊັກ.

ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ພາກສ່ວນທີ່​ກ່ຽວຂ້ອງ​ຂອງ​ສູນ​ກາງ​ຈີນ​ຕິດ​ຕໍ່​ພົວພັນ​ກັບ​ຜູ່​ແທນ​ດາ​ໄລລາ​ມະ,ທ່ານ​ຈູ່ສ້ຽວ​ມິ​ງ ຫົວໜ້າ​ຄະນະ​ຜູ່​ແທນ​ກ່າວ​ວ່າ,ລັດຖະບານ​ຈີນ​ໄດ້​ເປີດ​ປະຕູ​ຢູ່​ສະ​ເໝີ​ໃຫ້​ດາ​ໄລລາ​ມະ​ກັບ​ຄືນ​ສູ່​ຫຼັກ​ໝັ້ນ​ຮັກ​ຊາດ,​ແຕ່​ວ່າ​ກ່ຽວກັບ​ການ​ໃຫ້​ຕິ​ເບ​ດ​ເປັນ​ເອ​ກະ​ລາດ,​ເຄິ່ງ​ເອກະລາດ​ຫຼື​ເປັນ​ເອກະລາດ​ໃນ​ທາງ​ອ້ອມ,​ຜ່ານ​ມາ,ຈີນ​ບໍ່​​ເຄີ​ຍໄດ້​ເປີດ​ປະຕູ,​ໃນ​ຕໍ່ໜ້າ​ກໍ່​ຈະ​ບໍ່​ເປີດ​ປະຕູ​ໃຫ້​ເດັດຂາດ.ລັດຖະບານ​ຈີນ​ໄດ້​ຊີ້​ອອກ​ຢ່າງ​ແຈ່ມ​​ແຈ້ງ​ມາ​ດົນ​ແລ້ວ​ວ່າ,ຖ້າວ່າ​ດາ​ໄລລາ​ມະ​ປະຖິ້ມ​ຫຼັກ​ໝັ້ນ​ທີ່​ແບ່ງ​ແຍກ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ,ຢຸດຕິ​ການ​ເຄື່ອນ​ໄຫວ​ທີ່​ແບ່ງ​ແຍກ​ປະ​ເທດ​ຊາດ,ສອງ​ຝ່າຍ​ກໍ່​ຈະ​ສາມາດ​ສືບ​ຕໍ່​ເຈລະຈາ​ກັນ​ກ່ຽວ​ກັບ​ບັນຫາ​ອະນາຄົດ​ຂອງ​ດາ​ໄລລາ​ມະ.

ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ລັດຖະບານ​ຈີນ​ໄດ້​ປັບປຸງ​ຊີວິດ​ການ​ເປັນຢູ່ຂອງ​ປະຊາຊົນ​ຕິ​ເບ​ດ​ໃຫ້​ດີ​ຂຶ້ນ​ແນວ​ໃດ,​ທ່ານ​ຈູ່​ສ້ຽວ​ມິງ​ກ່າວ​ວ່າ,​ຫຼາຍ​ສິບ​ປີ​ມາ​ນີ້,ລັດຖະບານ​ ກາງ​ຂອງຈີນ​ໄດ້​ຈັດ​ສັນ​ງົບ​ປະ​ມານ​170​ຕື້​ຢວນ​ໃຫ້​ຕິ​ເບ​ດ, ນອກ​ນີ້​ຈີນ​ຍັງ​ໄດ້​ວາງ​ນະ​ໂຍບາຍ​ຫຼວງ​ຫຼາຍ​ທີ່​ໃຫ້​ສິດ​ທິ​ພິ​ເສດ​,ຮັບ​ປະກັນ​ໃຫ້​ຕິເບ​ດພ້ອມ​ກັບ​ແຫ່ງ​ອື່ນໆ​ຂອງ​ຈີນ​ກ້າວ​ໄປ​ສູ່​ລະດັບ​ຊີ​ວິດ​ທີ່​ອິ່ມ​ໜຳ​ສຳ​ລານ​ລະ​ດັບກາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>