ເມືອງ​ເວີ້​ນຊວນ​ໃຊ້​ຫຼາຍ​ມາດ​ຕະ​ການ​ຊ່ວຍ​ມວນ​ຊົນ​ຜູ້​ປະ​ສົບ​ໄພ 1 ​ແສນ​ຄົນ​ຜ່ານ​ລະ​ດູ​ໜາວ

(GMT+08:00) 2008-11-15 16:35:22 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI: ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລານັກ​ຂ່າວ​ໄປ​ເອົາ​ຂ່າວ​ຢູ່​ເມືອງ​ເວີ້ນຊວນແຂວງ​ເສ​ສວນ​ໄດ້​ຮັບ​ຮູ້​ວ່າ, ​ເມືອງ​​ເວີ້​ນຊວນຂອງ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້າງ​ເຜົ່າ​ຈ່ຽງອາ​ປ້າ​ແຂວງ​ເສ​ສວນ ​ເຂດ​ໃຈກາງ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ໃນ​ວັນ​ທີ 12 ພຶດສະພາ​​ພວມ​ໃຊ້​ຫຼາຍມາດ​ຕະການ​ອັນຕັ້ງໜ້າ, ​ເພື່ອ​ຮັບປະກັນ​ໃຫ້​ມວນ​ຊົນ​ຜູ້​ປະສົບ​ໄພ 1 ​ແສນ​ຄົນ​ຜ່ານ​ລະດູ​ໜາວ​ຢ່າງ​ປອດ​ໄພ.

ທ່ານ​ຈ່າງ​ອີ້ ຫົວໜ້າ​ຫ້ອງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ເມືອງ​​ເວີ້​ນຊວນ​ກ່າວ​ວ່າ, ປັດຈຸບັນ, ມວນ​ຊົນ​ຜູ້​ປະສົບ​​ໄພ​ຂອງ​ເມືອງ​ເວີ້​ນ​ຊວນ​ທັງ​ໝົດ​ໄດ້​ເຂົ້າພັກ​ຢູ່​ເຮືອນ​ຊົ່ວຄາວ​ຫຼືສ້າງ​ເຮືອນ​ຜ່ານ​ລະດູ​ໜາວ​ເອົາ​ເອງ​, ວຽກ​ງານ​ຈຸດ​ໜັກ​​ຂອງ​ເຂົາ​ເຈົ້າໃນ​ປັດ​ຈຸ​ບັນ​ແມ່ນ​ຮັບ​ປະກັນ​ຄວາມ​ອຸ່ນ​ຂອງ​ຜູ້​ປະສົບ​ໄພ​ແລະ​ແຈກ​ຢາຍ​​ເຂົ້າກິນ​ໃນ​ລະດູ​ໜາວ.

ເຈົ້າໜ້າ​ທີ່​ຜູ້ນີ້ຍັງ​ກ່າວ​ວ່າ​, ​ເມືອງ​ເວີ້​ນຊວນ​ຍັງ​ຈະ​ເລັ່ງລັດ​ປະຕິບັດ​ນະ​ໂຍບາຍ​ເກື້ອ​ກຸນ​ແລະ​ໃຫ້​ເງິນ​ກູ້​ແກ່​ປະຊາຊົນ​ໃນ​ຊົນນະບົດ​ສ້າງ​ເຮືອນ​ຖາວອນ, ພະຍາຍາມ​​ເຮັດ​ໃຫ້​ໜ້າ​ທີ່​ສ້າງ​ເຮືອນ​ຖາວອນ​ຢູ່​ຊົນນະບົດ​ສຳ​ເລັດ​ຢ່າງຮອບດ້ານ​​ໃນ​ທ້າຍ​ປີໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>