ປະຫວັດ​ບໍ່​ມີ​ສາງ​ສິນ​ຄ້າ​ຂະ​ໜາດ​ໃຫຍ່​ຂອງ​ຕິ​ເບ​ດຈະ​ສິ້ນ​ສຸດ​ລົງ

(GMT+08:00) 2008-11-15 19:56:32 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ສູນ​ຈໍລະ​ຈອນ​ສິນຄ້າ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຕິ​ເບດຄື​ສູນ​ຈໍລະ​ຈອນ​ສິນຄ້າ​ນາ​ຊູ​ຢູ່​ຕາມທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​ເມື່ອ​ໄດ້ສ້າງສາ​ເປັນ​ເວລາ 1 ປີປາຍ, ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​​ແລະ​​ເລີ່​ມ​ນຳໃຊ້ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ມິຖຸນາ​ປີ 2009 ​. ປະຫວັດ​​ບໍ່​ມີ​ສາງສິນຄ້າ​ຂະໜາດ​ໃຫຍ່​ຂອງ​ຕິ​ເບ​ດນັ້ນຈະ​ສິ້ນ​ສຸດ​ລົງ.

ສູນ​ຈໍລະ​ຈອນ​ສິນຄ້າ​ນາ​ຊູ​ທາງຢູ່​ຕາມ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດທີ່​​ລົງທຶນ 1 ຕື້ 500 ລ້ານ​ຢວນສ້າງຢູ່​ມໍ່​ສະຖານີ​ລົດ​ໄຟ​ນາ​ຊູ​ທີ່​ສູງ​ກວ່າ​ໜ້າ​ນ້ຳ​ທະ​ເລ 4500 ​ແມັດ, ກິນ​ເນື້ອ​ທີ່ 530 ກວ່າ​ເຮັກຕາ, ມີ​ສັບພະ​ຄຸນ​ຈໍລະ​ຈອນ​ສິນຄ້າ​ທັນ​ສະ​ໄໝ​ຄື​ປູ​ງ​ແຕ່ງ​ຜະລິດ​ຕະພັນ, ສະ​ສົມ, ການ​ຄ້າ, ​​ແລະ​ການ​ຈັດ​ສົ່ງ​ເປັນຕົ້ນ. ​ເມື່ອ​ສ້າງ​ສຳ​ເລັດ​ແລ້ວ, ຈະ​ນຳ​ໃຊ້​ການ​ສັນຈອນ​ໄປ​ມາ​ຂອງ​ຄົນ​ແລະ​ວັດຖຸ​ຕາມທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ, ​​ເສີມ​ຂະ​ຫຍາຍ​ບົດບາດຂອງ​ທາງ​ລົດ​​ໄຟ​ຊິງ​ຫາຍ​ຕິ​ເບ​ດຢ່າງ​ກວ້າງ​ຂວາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>