ວຽກ​ງານ​ໃຫ້​ຄວາມ​ອົບ​ອຸ່ນ​ໃນ​ລະ​ດູ​ຫນາວ​ແກ່​ປະ​ຊາ​ຊົນ​ໃນ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​​ເສ​ສວນ​ດຳ​ເນີນ​ໄປ​ຕາມ​ແຜນ​ການ

(GMT+08:00) 2008-11-18 16:46:24 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຈີນ:  ​ເຂດ​ປະສົບ​ໄພ​​ແຜ່ນດິ​ນ​ໄຫວຂອງ​ແຂວງ​ເສ​ສວນ​ຈີນ​ມີ​ປະມານ 4​ ແສນ​ກວ່າ​ຄອບຄົວ​ຈະ​ຜ່ານ​ລະ​ດູ​ຫນາວ​ໃນ​ເຮືອນຊົ່ວ​ຄາວທີ່​ເຮັດ​ດ້ວຍ​ແປ້ນ, ປະຈຸ​ບັນ​, ວຽກ​ງານໃຫ້ຄວາມ​ອົບ​ອຸ່ນ​ໃນ​ລະດູ​ຫນາວ​ແກ່ປະຊາຊົນ​ໃນ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​​ຂອງແຂວງ​ເສ​ສວນ​ໄດ້​ດຳ​ເນີນ​​ໄປ​ຕາມ​ແຜນການ​ຢ່າງຂຸ້ນຂ້ຽວ.

ທ່ານ​ຫຼີ​ເຄີ້ຟູ  ຮອງ​ຫົວຫນ້າ​ພະ​ແນ​ກການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຂອງ​​ແຂວງ​ເສ​ສວນ​ກ່າວ​ວ່າ,  ຜ້າ​ຫົ່ມ​ນວມ  ສົ້ງນວມ​ແລະ​ເສື້ອ​ນວມ​ທີ່​ຕ້ອງການ​ໃນ​ເຂດ​ປະສົບ​ໄພ​ລ້ວນ​ແຕ່​ຈະ​ຖືກ​ສົ່ງ​ໄປ​ຮອດ​​ປະຊາຊົນ​ໃນ​ເຂດ​ປະສົບ​ໄພ.  ສຳລັບ​ປະຊາຊົນ​ຜູ່​ປະສົບ​ໄພ​ທີ່​ບໍ່​ທັນ​ຍົກຍ້າຍ​ໄປຢູ່​ເຮືອນໃຫມ່​​ກ່ອນບຸນ​ກຸດ​ຈີນປີຫນ້າ,  ລັດຖະບານ​ຈີນ​ຈະ​​ໃຊ້​ມາດ​ຕະການ​ຕ່າງໆ​​ເຊັ່ນ: ​ເຮັດ​ໃຫ້​ເຮືອນ​ຊົ່ວຄາວ​ຫມັ້ນຄົງ​ແລະ​​ມີ​ຄວາມ​ຫນາ​​ແຫນ້ນ​ຂຶ້ນ​ຕື່ມເພື່ອ​ໃຫ້ ມີຄວາມ​ອົບ​ອຸ່ນ​ເພີ່​ມຂຶ້ນ.


ປະຈຸ​ບັນ, ການວາງ​ແຜນ​ແລະກຽມ​ສົ່ງ​​ເຄື່ອງ​ຊ່ອຍ​ເຫຼືອໃນ​ລະດູ​ຫນາວ​ຂອງ​ເຂດ​ປະສົບ​ໄພ​ແຂວງ​ເສ​ສວນ​ໄດ້​ມີ​ຄວາມ​ຄື​ບຫນ້າ​ຢ່າງ​ວ່ອງ​ໄວ.  ຕາມ​ສະຖິຕິ​ຫຼ້າ​ສຸດ, ​ ນັບ​ລວມ​ແລ້ວ, ແຂວງດັ່ງກ່າວ​ໄດ້​ຮັບ​ເງິນ​ບໍລິຈາກ​ເຖິງ 5 ລ້ານ​ກວ່າ​ຢວນ, ກຽມສົ່ງ​ຜ້າ​ຫົ່ມ​ນວມ​ເຖິງ 2 ລ້ານກວ່າຜືນ, ​ເສຶ້ອ  3 ລ້ານ 4 ​ແສນ​ກວ່າຊຸດ
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>