ກອງ​ທັບ​ໄທ​ສະ​ເໜີ​ໃຫ້​ຍຸບ​ສະ​ພາ​ເພື່ອ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ

(GMT+08:00) 2008-11-27 15:12:09 cri
-----------------------------------------------------------------------------------------------------------------

ຕາມຂ່າວ CRI: ໃນ​ກອງ​ປະຊຸມ​ຂ່າວທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍວັນ​ທີ 26 ພະຈິກ​ນີ້, ​ພົນ​ເອກ​ອະນຸ​ພົງ ​ເຜົ່າ​ຈີນ​ດາ ຜູ້​ບັນຊາ​ການ​ທະຫານ​ບົກ​ໄທ​ສະ​ເໜີ​ໃຫ້​ທ່ານ​ສົມ​ຊາຍ ວົງ​ສະ​ຫວັດ ນາຍົກ​ລັດຖະ​ມົນຕີ​ໄທປະກາດ​ຍຸບ​ສະພາ​ແລະ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ໂດຍ​ໄວ, ຮຽກຮ້ອງ​ໃຫ້​ກຸ່ມ​ພັນ​ທະ​ມິດ​ປະ​ຊາ​ຊົນ​ເພື່ອ​ປະຊາ​ທິປະ​ໄຕ​ທີ່​ຕ້ານ​ລັດຖະບານ​ຖອນ​ອອກ​ຈາກ​ສະໜາມ​ບິນ​ສຸວັນນະ​ພູມ​ໃນ​ທັນທີ, ​ແລະ​ຢຸດ​ຕິ​ການ​ປະ​ທ້ວງ​ທັງ​ໝົດ. ພ້ອມ​ກັນ​ນັ້ນ, ພົນ​ເອກ​ອະ​ນຸ​ພົງ​ກ່າວ​ຢ້ຳວ່າ, ກອງ​ທັບ​ຈະ​ບໍ່​ກໍ່​ການ​ລັດຖະ​ປະຫານ.

ຕອນ​ແລງ​ມື້​ດຽວ​ກັນ, ທ່ານ​ສົມ​ຊາຍ​ໄດ້​ກ່າວຄຳ​ປາ​ໄສ​ຜ່ານທາງ​ໂທລະພາບ​ຕໍ່​ທົ່ວ​ປະ​ເທດວ່າ, ລັດຖະບານ​ຊຸດ​ປະຈຸ​ບັນ​ແມ່ນ​ລັດຖະບານ​ປະຊາທິປະ​ໄຕ​ທີ່​ມາ​ຈາກການ​ເລືອກ​ຕັ້ງ​ຕາມ​ກົດໝາຍ, ສະ​ນັ້ນ, ທ່ານ​ຈະ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງ, ​ແລະ​ຈະ​ບໍ່​ຍຸບ​ສະພາ. ພ້ອມ​ກັນ​ນັ້ນ, ທ່ານ​ກ່າວ​ວ່າ, ຈະ​ໃຊ້​ມາດ​ຕະການ​ໂດຍ​ໄວ​ເພື່ອ​ເຮັດ​ໃຫ້​ສະຖານະ​ການ​​ເຂົ້າ​ສູ່​ສະພາບປົກກະຕິ.

ວັນ​ທີ 26 ພະຈິກ​ນີ້, ກຸ່ມ​ພັນທະ​ມິດ​ປະຊາຊົນ​ເພື່ອ​ປະຊາ​ທິປະ​ໄຕ​ກ່າວ​ວ່າ, ບໍ່​ເຫັນ​ດີ​ນຳ​ການສະ​ເໜີ​ຂອງ​ພົນ​ເອກອະ​ນຸພົງ, ​ແລະ​ຈະສືບ​ຕໍ່​ຮຽກຮ້ອງ​ໃຫ້​ນາຍົກ​ລັດຖະ​ມົນຕີ​ລາ​ອອກຈາກ​ຕຳ​ແໜ່ງ.
ສຳນັກ​ຂ່າວໄທ​ແຈ້ງ​​ວ່າ, ວັນ​ທີ 26 ພະຈິກ​ນີ້, ຜູ້​ສະໜັບ​ສະໜູນ​ລັດ​ຖະ​ບານ​ປະມານ 300 ກວ່າ​ຄົນ​ໄດ້​ປິດ​ລ້ອມ​ເຮືອນ​ຢູ່​​ຂອງ​ຜູ້ນຳກຸ່ມ​ພັນທະ​ມິດ​ປະຊາຊົນ​​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ຜູ້ໜຶ່ງ​ຢູ່​ເທດ​ສະ​ບານ​ເມືອງ​ຊຽງ​ໃໝ່, ຕໍ່​ມາ, ສອງ​ຝ່າຍ​ເກີດ​ການ​ປະ​ທະ​ກັນ, ​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ​ຫຼື​ບາດ​ເຈັບ.

ຫຼັງຈາກ​ສະໜາມ​ບິນສາກົນ​ສຸວັນ​ນະ​ພູມ​ບາງກອກ​ຖືກ​ຜູ້​ປະ​ທ້ວງ​ຕ້ານ​ລັດຖະບານ​ປິດ​ລ້ອມ​ແລະ​ອັດ​ແລ້ວ, ຕອນ​ຂ້ອນ​ແຈ້ງ​ວັນ​ທີ 27 ພະຈິກ​ນີ້, ສະໜາມ​ບິນ​ດອນ​ເມືອງ​ບາງກອກ​ກໍ່​ຢຸດ​ຍ້ອນ​ຖືກ​ຜູ້​ປະ​ທ້ວງ​​ເຂົ້າຍຶດຕຶກ​ຜູ້​ໂດຍສານ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>