ສຳນັກງານ​ພັກ​ປະຊາທິປັດ​ຂອງໄທ​ຖືກຫຼອນ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດແຕ່​ບໍ່​ມີ​ຄົນ​ຕາຍຫຼື​ບາດ​ເຈັບ

(GMT+08:00) 2008-12-01 11:36:39 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ1 ທັນວາ​ນີ້,ຕຶກ​ສຳນັກງານ​​ຂອງ​ພັກ​ປະຊາທິປັດເຊິ່ງ​ເປັນ​ພັກ​ຝ່າຍຄ້ານ​ພຽງ​ພັກດຽວ​ໃນລັດຖະສະພາ​ໄທ​ທີ່​ຕັ້ງ​ຢູ່​ບາງກອກ​ຖືກ​ຫຼອນ​ໂຈມ​ຕີ​ດ້ວຍລູກ​ລະ​ເບີດ,​ແຕ່​ບໍ່​ມີ​ຄົນ​ຕາຍຫຼື​ບາດ​ເຈັບ.

ອີງ​ຕາມ​ຜູ່​ເຫັນ​ເຫດການ​ບອກ​ວ່າ,ຮຸ່ງ​ເຊົ້າ​ມື້​ດຽວ​ກັນ,​ໃນ​ເວລາ​ຜູ່​ຊາຍ5ຄົນ​ຂີ່​ລົດຈັກ​​ແລ່ນຜ່ານ​ສຳນັກງານ​ພັກ​ປະຊາທິປັດ,​ໄດ້​ຂວ່າງລະ​ເບີດ2ລູກ​ໃສ່​ຕຶກ​ໃຫຍ່​ສຳນັກງານ​ພັກ,ລູກ​ລະ​ເບີດ​ໄດ້ລະ​ເບີດຢູ່​ປາກ​ທາງ​​ໄປ​ຫາ​ສຳນັກງານ​ພັກ,​ແຕ່​ບໍ່​​ໄດ້​ມີຄົນ​ຕາຍຫຼື​ບາດ​ເຈັບ.ຜູ່​ກໍ່​ເຫດ​ໄດ້​ໜີ​ໄປ​ໂດຍ​ໄວ.​ເຈົ້າ​ໜ້າ​ທີ່​ຕຳຫຼວດກ່າວວ່າ​ຜູ່​ກໍ່​ເຫດ​ມີ​ຈຸດປະສົງກໍ່​ເຫດການ​ຂົ່ມຂູ່.

ຕາມ​ລາ​ຍງານ​ອີກ​ວ່າ,ກ່ອນ​ນີ້ມື້ໜຶ່ງ​,ພັກ​ຊາດໄທ​​ເຊິ່ງ​ເປັນໜຶ່ງ​ໃນ​ພັກຮ່ວມ​ລັດ​ຖະບານ​ໄດ້​ພົບ​ລູກ​ລະ​ເບີດ​ລູກ​ໜຶ່ງ​ຢູ່​​ເດີ່ນຈອດ​ລົດ​ຂອງ​ສຳນັກງານ​ພັກ​ທີ່​ຕັ້ງ​ຢູ່​ບາງກອກ,​ແຕ່​ບໍ່​​ໄດ້ລະ​ເບີ​ດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>