ທ່ານ​ໂຈ່​ວຢົງ​ຄ່າງ​ກ່າວ​ເນັ້ນ​ວ່າ ກວາງຊີ​ຕ້ອງ​ນຳ​ໜ້າບັນລຸ​​ເປົ້າ​ໝາຍ​ເພື່ອ​ໃຫ້ເຫຼືອ​ກິນ​ເຫຼືອ​ໃຊ້​ຢ່າງຮອບດ້ານ​​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ

(GMT+08:00) 2008-12-03 15:34:24 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ2 ທັນວາ​ນີ້,​ໃນ​ງານ​ສະຫຼອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້ງກວາງຊີ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ50ປີ,ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງທ່ານ​​ໂຈ່​ວຢົງ​ຄ່າງ ກຳມະການ​ປະຈຳ​​ກົມ​ການ​ເມືອງ​ສູນ​ກາງ​ພັກກອມມູນິດ​ຈີນ,​ເລຂາທິການ​ຄະນະ​ກຳມະການ​ການ​ເມືອງ​ກົດໝາຍ​ສູນ​ກາງພັກ​ກອມ​ມູນິດ​ຈີນ​ກ່າວ​ເນັ້ນ​ວ່າ,​ເຂດກວາງຊີ​ຕ້ອງ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ​ເອງ,ຊຸກຍູ້​ເສດຖະກິດ​ສັງຄົມ​​ໃຫ້ພັດທະນາ​​ທັງ​ດີ​ທັງ​ໄວ,ພະຍາຍາມນຳ​ໜ້າ​ບັນລຸ​​ເປົ້າ​ໝາຍ​ສູ້​ຊົນ​ເພື່ອ​ໃຫ້​ເຫຼືອ​ກິນ​ເຫຼືອ​ໃຊ້​ຢ່າງຮອບດ້ານຢູ່​ພາກ​ຕາ​ເວັນ​ຕົກຂອງ​ຈີນ.

ທ່ານ​ໂຈ່​ວຢົງ​ຄ່າງ​ໄດ້​ຢືນຢັນຢ່າງ​​ເຕັມທີ່​ຕໍ່​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ໃນ​ດ້ານພັດທະນາ​ເສດຖະກິດ​ສັງຄົມ​ນັບ​ແຕ່​ສ້າງສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ.ທ່ານ​ກ່າວ​ເນັ້ນ​ວ່າ,ກວາງຊີ​ຕ້ອງຈັບໂອກາດ​ປະຫວັດສາດ​​ເຊັ່ນ​ການ​ລົງ​ເລິກ​ປະຕິບັດຫາ​ຍາກ​ທີ່​ຍຸດ​ທະ​ສາດ​ບຸກ​ເບີກ​ພາກ​ຕາ​ເວັນຕົກ​ຢ່າງ​ຂະໜາດ​ໃຫຍ່,ການ​ໄຂ​ປະຕູ​ພັດທະນາ​ເຂດ​ເສດຖະກິດອ່າວ​ພາກ​ເໜືອ​,ການ​ຂ້ຽວ​ເລັ່ງສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ,ສ້າງ​​ເຂດກວາງຊີ​​ໃຫ້ເປັນຖານ​ະ,​ຈໍລະ​ຈອນ​ສິນ​ຄ້າ,​ຖານ​ການ​ຄ້າ​ຖານຜະລິດ​ປຸງ​ແຕ່ງ​ສິນຄ້າແລະ​ສູນ​ແລກປ່ຽນຂໍ້ມູນ​ຂ່າວສານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>