ຈີນ​ຫ້າມ​ຊື້​ສັດ​ປີກ​ແລະ​ຜະລິດ​ຕະ​ພັນ​ສັດ​ປີກ​ຈາກ​ໄທ

(GMT+08:00) 2008-12-04 17:13:55 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆນີ້ ກົມ​ໃຫຍ່​ກວດຄຸນ​ນະພາ​ບແລະ​ກວດ​ ພະຍາດ​​ແຫ່ງຊາດ​ຈີນ ກະຊວງ​ກະສິກຳ​ຮ່ວມ​ກັນ​ເປີດ​ເຜີຍ​ແຈ້ງ​ການ,ຫ້າມ​ຊື້​ສັດ​ປີກ​ແລະ​ຜະລິດ​ຕະພັນສັດປີກຈາກ​ໄທ​ໂດຍ​ກົງ​ຫຼື​ໂດຍ​ທາງ​ອ້ອມ.

ນອກ​ນີ້,ຈີນຍັງ​ຫ້າມ​ຝາກທາງ​ໄປ​ສະ​ນີ​ຫຼື​ຫ້າມ​ນັກ​ທ່ອງ​ທ່ຽວ​ນຳ​ເອົາ​ສັດ​ປີກ​ແລະ​ຜະລິດ​ຕະພັນສັດ​ປີກຈາກ​ໄທ​ເຂົ້າ​ຈີນ,ຖ້າວ່າ​ພົບ​ເຫັນ,ກໍ່ຈະ​ສົ່ງ​ຄືນ​ຫຼື​ທຳລາຍ; ສຳລັບ​ເຮືອ ຍົນ​ ລົດ​ໄຟ​ແລະ​ພາຫະນະ​ຂົນ​ສົ່ງທາງ​ສາກົນ​ອື່ນໆທີ່​ແວ່​ຜ່ານ​ຫຼື​ຈອດ​ຢູ່​ຈີນ,ຖ້າ​ພົບ​ເຫັນ​ສັດ​ປີກ​ແລະ​ຜະລິດ​ຕະພັນສັດ​ປີກ​ຈາກໄທ,ຈະຍຶດ​ໄວ້ບໍ່​ໃຫ້​ເຂົ້າດ່ານ.

ວັນ​ທີ10ພະຈິກ​ແລ້ວ​ນີ້,ກະຊວງ​ກະສິກຳ​ແລະ​ການ​ຮ່ວມ​ມື​ຂອງ​ໄທ​ແຈ້ງ​ໃຫ້​ອົງການ​ອະນາ​ໄມ​ໂລກ​​ຊາບ​ວ່າ,ວັນ​ທີ27ຕຸ​ລາຜ່ານ​ມາ​ນີ້,ຈັງຫວັດ​ສຸ​ໂຂ​ໄທໄດ້ກວດ​ພົບ​ພະຍາດ​ໄຂ້ຫວັດ​ສັດ​ປີກຊະນິດH5N1.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>