ຈີນ​ຍິນ​ດີ​ເພີ່ມ​ທະວີ​ການສະ​ໜັບສະ​ໜູນ​ຕໍ່​ປະ​ເທດ​ພວມ​ພັດທະນາ​ທີ່​ຖືກ​ຜົນ​ກະທົບ​ຈາກວິ​ກິດ​ການ​ການ​ເງິນ​

(GMT+08:00) 2008-12-04 19:58:30 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ4 ທັນວາ​ນີ້,ຢູ່​ພະນົມ​ເປັນ,ທ່ານ​ເຈຍ​ຊິ້ງລິນ ປະທານ​ສະພາ​ເປິກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ຢ້ຽມຢາມ​ກຳປູ​ເຈຍ​ຢ່າງ​​ເປັນ​ທາງ​ການ​ແລະໄມຕີ​ຈິດໄດ້ ກ່າວ ວ່າ,ຈີນ​ຍິນ​ດີ​ເພີ່ມ​ທະວີ​ການສະ​ໜັບສະ​ໜູນ​ຕໍ່​ປະ​ເທດ​ພວມ​ພັດທະນາ​ທີ່​ຖືກຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ.

ທ່ານ​ເຈຍ​ຊິ້ງລິ​ນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ກ່າວ​ປາຖະ​ກະພາ​ໃນ​ກອງ​ປະຊຸມສະຫຼອງ​ຈີນ​ກັບ​ກຳປູ​ເຈຍ​ສ້າງ​ການ​ພົວພັນ​ການ​ທູດ​ຄົບຮອບ50ປີ.ທ່ານ​ກ່າວ​ວ່າ,ຈີນ​ຍິນ​ດີ​ສືບ​ຕໍ່​ໃຫ້ທ່າ​ທີຮັບ​ຜິດ​ຊອບ,​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາກົນ​ທີ່​ຮັກສາ​ການ​ເງິ​ນສາກົນ​​ໃຫ້​ມີ​ຄວາມໝັ້ນທ່ຽງ,ຊຸກຍູ້ເສ​ດຖະກິດ​ໂລກ​ພັດທະນາ,ສະໜັບສະໜູນ​ສະ​ຖາ​ບັນ​ການ​ເງິນ​ສາກົນ​ເພີ່ມ​ທະວີ​ຄວາມ​ສາມາດ​ລະດົມ​ທຶນ.

ໃນ​ການ​ກ່າວປາຖະກະຖາ​ທີ່​ມີ​ຫົວ​ຂໍ້​ວ່າ"ປັບປຸງ​ມິດຕະພາບອັນ​ມີ​ມູນ​ເຊື້ອ,ຮ່ວມກັບ​ສ້າງ​ອະນາຄົດ​ອັນ​ດີງາມ",ທ່ານ​ເຈຍ​ຊິ້ງລິນ​ກ່າວ​ວ່າ,ລັດຖະບານ​ຈີນ​​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງຕໍ່ການ​ຂະຫຍາຍການ​ພົວພັນ​ລະຫວ່າງ​ຈີນກຳປູ​ເຈຍ,ຍິນ​ດີ​ ​ພ້ອມ​ກັບ​ຝ່າຍ​ກຳປູ​ເຈຍ,ທຳ​ຄວາມ​ພະຍາຍາມຊຸກຍູ້​ການ​ພົວພັນໝູ່ຄູ່ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຈີນ​ກຳປູ​ເຈຍ​ພັດທະນາ​ຢ່າງ​ຍາວ​ນານ​ແລະ​ປອດ​​ໃສ​ຕື່ມ​ອີກ,​ເຮັດ​ໃຫ້​ປະຊາຊົນ​ສອງ​ຊາດເປັນ​ເພື່ອນມິດທີ່​ດີ,ອ້າຍ​ນ້ອງທີ່​ດີ​, ບ້ານ​ໃກ້ເຮືອນຄຽງທີ່ດີ,​ແລະໝຼ່ຄູ່​ທີ່​ດີ​ຈົນ​​ເທົ່າໃດໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>