ທ່ານ​ເຈຍ​ຊີ້ງ​ລິນ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ສາຍ​ພົວ​ພັນ​ການ​ທູດ​ຈີນ​ກຳ​ປູ​ເຈຍ​ຄົບ​ຮອບ 50 ປີ

(GMT+08:00) 2008-12-05 16:09:19 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ 4 ທັນວາ​ນີ້, ທ່ານ​ເຈຍ​ຊີ້​ງລິນ ປະທານ​ສະພາ​ເປິກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ດຳ​ເນີນ​ກາ​ນຢ້ຽມຢາມ​ສັນ​ຖະວະ​ໄມ​ຕີ​ຢ່າງ​ເປັນ​ທາງ​ການ​ຢູ່ກຳ​ປູ​ເຈຍ​​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ​ກຳ​ປູ​ເຈຍ​ຄົບຮອບ 50 ປີ, ​ແລະ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ "ປັບປຸງ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຮ່ວມ​ກັນສ້າງ​ອະນາຄົດ​ອັນ​ດີງາມ".

ເດືອນ​ກໍລະກົດ 1958, ຈີນ​ກັບ​ກຳປູ​ເຈຍ​ສ້າງສາຍ​ພົວພັນ​ທາງ​ການ​ທູດຢ່າງ​ເປັນ​ທາງ​ການ. ​ໃນ 50 ປີ​ມາ​ນີ້, ສອງປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່ດີ​ທີ່​ມີ​ວັດທະ​ນະທຳ​ຄ້າຍຄື​ກັນ​ນີ້, ​ໄດ້​ເສີມ​ສ້າງ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ. ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ​ໄດ້​ເຂົ້າ​ໃນ​ໄລຍະ​ພັດ​ທະ​ນາ​ໃໝ່​ແຫ່ງ​ການ​ສ້າງ​ການ​ພົວພັນ​ຄູ່ຮ່ວມ​ມື​ຮອບດ້ານ. ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກັນຍາ​​ປີນີ້, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ​ບັນລຸ 910 ລ້ານ​ໂດ​ລາ, ກຳປູ​ເຈຍ​ໄດ້​ກາຍ​ເປັນໜຶ່ງ​ໃນ​ບັນດາ​ຈຸດໝາຍ​ທີ່​ພິຈາລະ​ນະ​ລົງທຶນ​ໂດຍ​ກົງ​ກ່ອນໝູ່​ຂອງ​ຈີນ. ​ໂດຍ​ແນ​ໃສ່​ອະ​ນາ​ຄົດ​ການ​ພັດທະນາ​ທີ່​ດີງາມ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ, ທ່ານ​ເຈຍ​ຊີ້​ງລິນ​ກ່າວ​ວ່າ:

"ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ການ​ພົວພັນ​ກັບ​ກຳປູ​ເຈຍ​ໃນ​ລະດັບ​ສູງ, ຍິນ​ດີ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ກຳປູ​ເຈຍ, ຊຸກ​ຍູ້​ໃຫ້​ການ​ພົວພັນ​ຄູ່ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ​ພັດທະນາ​ໃນ​ໄລຍະ​ຍາວ​ແລະ​ປອດ​ໃສ​ຕື່ມ​ອີກ, ​ເຮັດ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ເປັນ​ເພື່ອນ​ມິດທີ່​ດີ, ອ້າຍ​ນ້ອງ​ທີ່​ດີ, ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ."

ວິ​ກິດ​ການ​ເງິນ​ກູ້​ດ້ອຍ​ຄຸນ​ນະພາ​ບອາ​ເມ​ລິ​ກາ​ທີ່​ເກີດ​ຂຶ້ນ​ໃນ​ທ້າຍ​ປີ​ກາຍ​ນີ້​​ໄດ້​ແຜ່​ລາມ​ເປັນ​ວິ​ກິດ​ການ​ການ​ເງິນ​ສາກົນ. ​ໂດຍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ​, ຈີນ​ໄດ້​ວາງ​ນະ​ໂຍບາຍ​ຢ່າງ​ທັນ​ການ​ຕາມ​ການ​ປ່ຽນ​ແປງ​ຂອງ​ສະພາບ​ການ​ຕົວ​ຈິງ, ​ໄດ້​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ມະ​ຫາ​ພາກ. ທ່ານ​ເຈຍ​ຊີ້​ງລິນ​ກ່າວ​ວ່າ, ​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ຢ່າງໝັ້ນ​ທ່ຽງ​ແລະ​ໄວ​ສົມຄວນ, ​ເລື່ອງ​ນີ້​ເອງ​ກໍ່​ແມ່ນ​ການ​ປະກອບ​ສ່ວນ​ສຳຄັນ​ຕໍ່​ການ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ການ​ເງິນ​ສາກົນ​ແລະ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ໂລກ. ທ່ານ​ກ່າວ​ວ່າ:

"​ໃນ​ຖານະ​ເປັນ​ສະມາຊິກ​ທີ່​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ,ຈີນ​ຍິນ​ດີ​ສືບ​ຕໍ່​​ໃຊ້ທ່າ​ທີຮັບ​ຜິດ​ຊອບ,​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາກົນ​ທີ່​ຮັກສາ​ການ​ເງິ​ນສາກົນ​​ໃຫ້​ມີ​ສະຖຽນ​ລະ​ພາບ,ຊຸກຍູ້ເສ​ດຖະກິດ​ໂລກ​ພັດທະນາ,ສະໜັບສະໜູນ​ສະ​ຖາ​ບັນ​ການ​ເງິນ​ສາກົນ​ເພີ່ມ​ທະວີ​ຄວາມ​ສາມາດ​ລະດົມ​ທຶນ​ຕາມ​ການ​ປ່ຽນ​ແປງ​ຂອງຕະຫຼາດ​ການ​ເງິ​ນສາກົນ​,​ເພີ່ມ​ທະວີ​ການສະ​ໜັບສະ​ໜູນ​ຕໍ່ປະ​ເທດ​ພວມ​ພັດທະນາ​ທີ່​ຖືກ​ວິ​ກິດ​ການ​ກາ​ນ​ເງິນ​ກະທົບ."

ທ່ານ​​ເຈຍ​ຊິ້ງລິນ​ຍັງ​ເຫັນ​ວ່າ,​ໂດຍປະ​ເຊີນ​ໜ້າ​ກັບສິ່ງ​ທ້າ​ທາຍ​ທີ່​ວິ​ກິດ​ການ​ການ​ເງິນນຳ​ມາ​ໃຫ້,ຈີນ​ກັບກຳປູ​ເຈຍ​ຮ່ວມ​ມື​ກັນ,ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ,ຫັນສິ່ງ​ທ້າ​ທາຍ​ເປັນ​ໂອກາດ,ຊຸກຍູ້​ການ​ພົວພັນ​ແບບ​ຮອບດ້ານ​ເລິກ​ເຊິ່ງ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ,ນີ້ມີ​ຄວາມ​ໝາຍ​ຕົວ​ຈິງ​ອັນ​ສຳຄັນ​ແລະ​ຄວາມ​ໝາຍ​ຍຸດ​ທະ​ສາດ​ອັນ​ຍາວ​ນານ,ສອດຄ່ອງກັບ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະຊາຊົນ​ສອງ​ຊາດ,​ແລະ​ມີ​ຜົນ​ດີ​ຕໍ່​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ຕົນ.ຕໍ່​​ເລື່ອງນີ້,ທ່ານ​ສະ​ເໜີວ່າ:

"ສອງ​ຝ່າຍ​ຄວນຢືນ​ຢູ່ບົນ​ພື້ນຖານ​ທີ່​ໂຄລົບ​ເຊິ່ງກັນ​ແລະ​ກັນ,ຂຸດ​ຄົ້ນກຳລັງ​​ແຮງບົ່ມຊ້ອນ​ຂອງ​ການ​ຮ່ວມ​ມື,​ເພີ່ມ​ທະວີ​ທ່າ​ແຮງທີ່​ຄ້ຳ​ຊູກັນ,ບັນລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.ສອງ​ຝ່າຍ​ຄວນ​​​ແລກປ່ຽນ​ຄວາມ​ເຫັນກ່ຽວ​ກັບ​ທ່າ​ທີ​ຕໍ່​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ອັນ​ສຳຄັນ​ໂດຍ​ຜ່ານ​ຮູບ​​ການ​ທາງ​ການ​ທູດ.ພ້ອມ​ກັນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ທີ່ມີ​ສຳ​ຕິ​ພາບ​ແລະ​ຈະ​ເລີນຮຸ່ງ​ເຮືອງ​ລະຫວ່າງຈີນ​ກັບ​ອາຊ​ຽນ,​ເພີ່ມ​ທະວີ​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ​ກັບ​ອາຊ​ຽນ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>