ນາຍົກລັດຖະມົນຕີມາເລເຊຍຮຽກຮ້ອງອາຊີຕາເວັນອອກຮ່ວມກັນຮັບມືວິກິດການການເງິນ
-----------------------------------------------------------------------------------------------------------------
ຕາມຂ່າວສານຊິນຮວາ:ວັນທີ4 ທັນວານີ້,ຢູ່ກົວລາ ລຳເປີ,ທ່ານອັບດູນລາ ອາເມັດ ບາດາວີ ນາຍົກລັດຖະມົນຕີມາເລເຊຍກ່າວຄຳປາໄສໂດຍຮຽກຮ້ອງໃຫ້ປະເທດອາຊີຕາເວັນອອກນຳໃຊ້ການເຄື່ອນໄຫວຮ່ວມກັນຢ່າງວ່ອງໄວ,ໃຊ້ມາດຕະການທຸກຢ່າງໃນຂົງເຂດເສດຖະກິດ,ສັງຄົມແລະການເມືອງ,ເພື່ອຮັບມືວິກິດການການເງິນສາກົນ.
ມື້ດຽວກັນ, ໃນພິທີໄຂກອງປະຊຸມອາຊີຕາເວັນອອກຄັ້ງທີ6,ທ່ານບາດາວີກ່າວວ່າ,ໃນຂົງເຂດເສຖະກິດ,ປະເທດອາຊີຕາເວັນອອກຕ້ອງສືບຕໍ່ເພີ່ມທະວີການປະສານງານທາງນະໂຍບາຍ,ເພີ່ມທະວີການສ້າງຕະຫຼາດພັນທະບັດ,ກອງທຶນພັນທະບັດຂອງພາກພື້ນແລະການຕິດຕາມຄຸ້ມຄອງການເງິນ.ໃນຂົງເຂດການເມືອງ,ປະເທດອາຊີຕາເວັນອອກຕ້ອງຟື້ນຟູຈິດໃຈສາມັກຄີທີ່ເກີດຂຶ້ນໃນເວລາປະເຊີນໜ້າກັບວິກິດການການເງິນອາຊີເມື່ອ10ປີກ່ອນ,ກຳຈັດຄວາມສະແວງສົງໄສກັນ,ຮ່ວມກັນປະເຊີນໜ້າກັບວິກິດການການເງິນສາກົນໃນປັດຈຸບັນ.