ຈີນ​ໄດ້​ຮັບ​ເງິນ​ແລະ​ວັດ​ຖຸ​ບໍ​ລິ​ຈາກ​ເພື່ອ​ຕ້ານ​ແຜ່ນ​ດິນ​ໄຫ​ວ​ແລະ​ກອບ​ກູ້​ຊ່ວຍ​ເຫຼືອ​ຜູ້​ປະ​ສົ​ບ​ໄພ​ຈາກ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ເກືອບ​75​ຕື້​2​ຮ້ອຍ​ລ້ານ​ຢວນ

(GMT+08:00) 2008-12-06 20:01:28 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວcri:​ຫວ່າງ​ມໍ່ໆນີ້ ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະຈີນ​ປະກາດ​ແຈ້ງ​ການ​ວ່າ ຫຼັງຈາກ​ເກີດ​​ແຜ່ນດິນ​ໄຫວ​​ຮຸນ​ແຮງ​ຢູ່​ເວິ້ນຊ່ວນ​ແລ້ວ,ວົງ​ການ​ຕ່າງໆ​ຂອງ​ສັງຄົມ​ຈີນແລະ​ຕ່າງປະ​ເທດ​ພາກັນ​ບໍລິ​ຈາກ​ເງິນ​ ​ເຄື່ອງ​ຊ່ວຍ​ເຫຼືອ​​ໃຫ້​ເຂດ​ປະສົບ​ໄພ​ຢ່າງ​ຫ້າວຫັນ,​​ໄດ້​ສະໜັບ​ສະໜູນ​ວຽກ​ງານ​ຕ້ານ​ໄພ​ກູ້​ໄພ​​​ແລະ​ວຽກ​ງານ​ຟື້ນ​ຟູ​ສ້າງສາຄືນ​ໃໝ່ຢ່າງ​ແຂງ​ແຮງ,ນັບ​ມາ​ຮອດ​ວັນ​ທີ25ພະຈິກ​ແລ້ວ​ນີ້,​ທົ່ວ​ປະ​ເທດໄດ້​ຮັບ​ເງິນ​ແລະ​ວັດຖຸ​ບໍ​ລິ​ຈາກຈາກ​ວົງ​ການ​ຕ່າງໆ​ຂອງ​ສັງຄົມຈີນ​ແລະ​ຕ່າງປະ​ເທດ​​ໄລ່ເປັນ​ເງິນເກືອບ​75ຕື້​200ລ້ານ​ຢວນ,​ໄດ້ມອບ​ເງິນ​ແລະ​ວັດຖຸ​ບໍລິຈາກ​ລວມ33​ຕື້8ຮ້ອຍ​ລ້ານ​ຢວນ​ໃຫ້​ເຂດ​ປະສົບ​ໄພ​ແລ້ວ.

ໃນ​​ເງິນບໍ​ລິຈາກ​ເຫຼົ່າ​ນີ້,ລວມທັງ​ຄ່າ​ບຳລຸງ​ພິ​ເສດ9​ຕື້70​ລ້ານ​ຢວນ​ທີ່​ສະມາຊິກ​ພັກ​ກອມ​ມູນິດ​ທົ່ວ​ປະ​ເທດ​ຈີນ​ມອບ​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>