ອາເມລິກາຫວັງໃຫ້ການເຈລະຈາຫົກຝ່າຍຮອບໃໝ່ສ້າງອະນຸສັນຍາຢັ້ງຢືນນິວເຄຼຍແລະແຜນການໃນຕໍ່ໜ້າ
(GMT+08:00) 2008-12-08 10:39:51 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊີນຮວາ:ວັນທີ7ທັນວານີ້ ຢູ່ທີ່ປັກກິ່ງ ທ່ານຄຼິສຕົບເຟີ ຮີວ ຫົວໜ້າຄະນະຜູ້ແທນອາເມລິກາຂອງການເຈລະຈາຫົກຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາກ່າວວ່າ ຫວັງໃຫ້ສຳເລັດວຽກງານກວດກາຢັ້ງຢືນໃນເທື່ອນີ້.
ໃນເວລາເຂົ້າຮ່ວມກອງປະຊຸມຫົວໜ້າຄະນະຜູ້ແທນການເຈລະຈາຫົກຝ່າຍຮອບໃໝ່ຢູ່ປັກກິ່ງ ທ່ານກ່າວວ່າ,ເປົ້າໝາຍຂອງການເຈລະຈາແມ່ນເພື່ອສ້າງອະນຸສັນຍາຢັ້ງຢືນນິວເຄຼຍສະບັບໜຶ່ງ ພ້ອມທັງຮ່າງແຜນການໃນຕໍ່ໜ້າທີ່ຈະແຈ້ງສະບັບໜຶ່ງເພື່ອສຳເລັດວຽກງານການກວດກາຢັ້ງຢືນ.
ສຳລັບຖະແຫຼງການທີ່ປະຕິເສດບໍ່ໃຫ້ຍີ່ປຸ່ນເຂົ້າຮ່ວມການເຈລະຈາຫົກຝ່າຍຍ້ອນຍີ່ປຸ່ນບໍ່ໄດ້ປະຕິບັດພັນທະທີ່ກ່ຽວຂ້ອງທີ່ສ.ປ.ປເກົາຫຼີສະເໜີໃນຫວ່າງມໍ່ໆນີ້,ທ່ານກ່າວວ່າ,ສ.ປ.ປເກົາຫຼີບໍ່ສາມາດຕົກລົງວ່າການເຈລະຈາຄວນຮັບຫຼືປະຕິເສດຝ່າຍໃດຝ່າຍໜຶ່ງ,ເລື່ອງນີ້ຕ້ອງຂຶ້ນກັບສຽງສ່ວນຫຼາຍ.
ຫຼັງຈາກໄດ້ຢຸດຕິເປັນເວລາເກືອບ5ເດືອນແລ້ວ,ກອງປະຊຸມຫົວໜ້າຄະນະຜູ້ແທນການເຈລະຈາຫົກຝ່າຍຮອບໃໝ່ຈະຈັດຂຶ້ນຢູ່ໂຮງແຮມຮັບແຂກເມືອງຕ້ຽວຢູຖາຍທີ່ປັກກິ່ງໃນຕອນບ່າຍວັນທີ8ເດືອນນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ