ອົງ​ການ​ທະ​ເລ​ສາ​ກົນ​ອອກ​ຄຳ​ເຕືອນ​ກ່ຽວ​ກັບ​ການ​​ເຄື່ອນ​ໄຫວ​ຂອງ​ໂຈນ​ສະ​ລັດ​ໃກ້​ປະ​ເທດ​ມະ​ເລ​ເຊຍ

(GMT+08:00) 2008-12-08 12:26:39 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ 7 ທັນວາ​ນີ້,ອົງການ​ທະ​ເລ​ສາກົນ​ຫຼື IMB    ​ໄດ້​ອອກ​ຄຳ​ເຕືອນ​ຕໍ່​ຂະ​ແຫນງ​ການ​ຂົນ​ສົ່ງ​ທາງ​ເຮືອ,ຄວນ​ລະວັງ​ການ​ເຄື່ອນ​ໄຫວ​ໂຈນ​ສະ​ລັດ ​ຢູ່​ຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ມະ​ເລ​ເຊຍ

 ເຈົ້າ​ຫນ້າ​ທີ່​ຂອງ​ສູນ​ລາຍ​ງານ​ການ​ເຄື່ອນ​ໄຫວ​​ໂຈນ​ສະ​ລັດ​ຂອງອົງການ​ທະ​ເລ​ສາກົນທີ່​ຕັ້ງຢູ່ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ຂອງ​ມະ​ເລ​ເຊຍ​ກ່າວ​ວ່າ ປີ​ນີ້ຢູ່​ຝັ່ງ​ທະ​ເລ​ຂອງ​ພາກ​ຕາ​​ເວັນ​ອອກສຽງ​ໃຕ້​ຂອງ​ມະເລ​ເຊຍ​ໄດ້​ເກີດ​ເຫດການ​​​ໂຈນ​ສະ​ລັດຫຼອນ​ໂຈມ​ຕີກຳ​ປັ່ນ 4 ​ເທື່ອ, ຕຳ​ຫຼວດມະ​ເລ​ເຊຍ​ສົງ​ໄສ​ວ່າ​ເປັນ​ຝີ​ມື​ຂອງ​ແມ່ນ​ໂຈນສະ​ລັດກຸ່ມ​ຫນຶ່ງ​. ຍ້ອນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ວິກິດ​ການ​ການ​ເງິນ​ຂອງ​ທົ່ວ​ໂລກ, ການ​ເຄື່ອນ​ໄຫວ​ໂຈນ​ສະ​ລັດ​ໃນ​ພາກພື້ນອາຊີ​ອາຄະ​ເນ​ອາດ​ຈະ​​ເພີ່ມ​ຂຶ້ນ.


ວັນ​ທີ 1 ທັນວາ​ນີ້, ​ເຮືອລາກ​ແກ່ກຳ​ປັ່ນ​ລຳ​ຫນຶ່ງ​ຈະ​ໄປ​ເຖິງ​ໄທ​ໄດ້​ຖືກ​ໂຈນ​ສະ​ລັດ​ໂຈມ​ຕີ​ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ມະເລ​ເຊຍ, ​ໂຈນ​ສະ​ລັດ ​ປຸ້ນ​ເອົາ​ເງິນສົດ​ແລະ​ມື​ຖື​ຂອງ​ລູກ​ເຮືອ, ​ແຕ່​ບໍ່ມີ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>