ທ່ານ​ນົງ​ດຶກ​ແຫມ້ງ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ພົບ​ປະ​ກັບ​ທ່ານ​ນາງ​ເສີນ​ຈີ້​ລີ້

(GMT+08:00) 2008-12-09 12:51:53 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ:  ວັນ​ທີ 8 ທັນວາ​ນີ້,ຢູ່​ທີ່​ນະຄອນຫຼວງ​ຮ່າ​​ໂນ້ຍ, ທ່ານນົງ​ດຶກ​ແຫມ້ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​​ໄດ້ພົບ​ປະ​ກັບ​ທ່ານ​ນາງ​ເສີນ​ຈີ້​ລີ້  ຮອງ​ປະທານ​ຄະນະ​ປະຈຳສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ຢ້ຽມຢາມ​ຫວຽດນາມ.
ທ່ານນົງ​ດຶກ​ແຫມ້ງກ່າວ​ວ່າ,  ຫວຽດນາມ​ກັບ​ຈີນ​ແມ່ນປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີສາຍພູ​ແລະ​ແມ່​ນ້ຳຕິດ​ຕໍ່​ກັນ.  ການ​ຂະຫຍາຍ ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ​ກັບ​ຈີນ​​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດອັນ​​ເປັນ​ພື້ນຖານ​ຂອງ​ສອງ​ປະ​ເທດ, ຫວຽດນາມ​ຍິນ​ດີ​ພ້ອມກັນກັບ​ຈີນ ຊຸກຍູ້​​ໃຫ້ການ​ພົວພັນ​ຄູ່ຮ່ວມ​ມື​ດ້ານຍຸດ​ສະ​ສາດຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ສູ່​ລະດັບ​ໃຫມ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ນາງ​ເສີນ​ຈີ້​ລີ້​ກ່າວ​ວ່າ, ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ໄດ້​ຮັບ​ການ​ເສີມ​ຂະຫຍາຍຢ່າງ​ບໍ່​ຢຸ​ດຢັ້ງ. ​ໂດຍ​ສະ​ເພາະ​ແມ່ນ​ທ່ານ​ເລຂາທິການ​ໃຫຍ່​ຫູ​ຈິນທາວ​ກັບ​ທ່ານ​ເລຂາທິການ​ໃຫຍ່ນົງ​ດຶກ​ແຫມ້ງຮ່ວມກັນ​ຖະ​ແຫຼ​ງວ່າ​ ສອງ​ປະ​ເທດ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ດ້ານຍຸດ​ທະ​ສາດ​ຮອບດ້ານ, ​ເພື່ອຊຸກຍູ້​​ໃຫ້ການ​ພົວພັນ​ສອງປະ​ເທດ​ກ້າວ​ເຂົ້າ​ສູ່​ໄລຍະ​​ໃຫມ່​​​ໃນ​ການ​ພັດທະນາ,​ແລະເຊື່ອ​ວ່າ, ​ໃຕ້​ຄວາມ​ພະຍາຍ​າມຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ຄູ່​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງສອງ​ປະ​ເທດ​​​ຍ່ອມ​ຈະ​ຂະຫຍາຍ​ຂຶ້ນ​ສູ່ລະດັບໃຫມ່.  ທ່ານ​ນາງ​ເສີນ​ຈີ້​ລິ້ ຂອບ​ອົກ​ຂອບ​ໃຈ​ນຳ​ຫວຽດນາມ​ທີ່​​ໃຫ້ການສະຫນັບສະຫນູນ​ແລະ​ຊ່ອຍ​ເຫຼືອ​​ແກ່​ຈີນ​ ​ກູ້​ໄພ​ແຜ່ນດິນ​ໄຫວ​  ຈັດ​ງານ​ໂອ​ລິ​ມປິກ​​ແລະ​ງານ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>