ຊາວ​ກະສິກອນຈີນ90ກວ່າ%​ໄດ້​ເຂົ້າ​ຮ່ວມ​ການ​ປິ່ນປົວ​ແບບ​ມີ​ສ່ວນ​ຮ່ວມ​ຢູ່​ຊົນນະບົດ

(GMT+08:00) 2008-12-10 16:08:10 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ10 ທັນວາ​ນີ້,ທ່ານ​ມາວ​ຊຸນ​ອ່ານ ​ໂຄສົກ​ກະຊວງ​ການ​ສາທາລະນະ​ສຸກ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ,ນັບມາ​ຮອດ​ທ້າຍ​ເດືອນ​ກັນຍາ​ປີ​ນີ້,ຊາວ​ກະສິກອນ​ຈີນ​ທີ່​ເຂົ້າ​ຮ່ວມ​ການ​ປິ່ນປົວ​ແບບ​ມີ​ສ່ວນ​ຮ່ວມ​ຢູ່​ຊົນນະບົດມີຮອດ810ລ້ານ​ຄົນ,ກວມປະຊາກອນ​ຊົນນະບົດ90ກວ່າ%.

ທ່ານ​ມາວ​ຊຸນ​ອ່ານ​ກ່າວ​ວ່າ,ປັດຈຸບັນ,ການ​ປິ່ນປົວ​ແບບ​ມີ​ສ່ວນ​ຮ່ວມ​ແບບ​ໃໝ່​ຢູ່​ຊົນນະບົດ​ໄດ້ກະກຽມທຶນ​ໄດ້71ຕື້​ຢວນ,​ປະ​ຊາກ​ອນທີ່ໄດ້​ຮັບ​ຜົນ​ປະ​​ໂຫຍ​ດ​ໃນ3ໄຕ​ມາດຕົ້ນ​ປີ​ນີ້ມີຫຼາຍ​ກວ່າ​300ລ້ານ​ຄົນ.ພາກສ່ວນສາທາລະນະ​ສຸກ​ທຸກຂັ້ນຈະ​ຍົກ​ສູງ​ລະດັບກະກຽມທຶນ​ຂອງ​ການ​ປິ່ນປົວ​ແບບ​ມີ​ສ່ວນຮ່ວມ​ໃຫ້​ສູງ​ຂຶ້ນຕື່ມ,​ເພີ່ມ​ທະວີ​ການ​ຕິດຕາມ​ຄຸມຄອງ​ຕໍ່​ອົງການ​ປິ່ນປົວທີ່​ຮັບ​ໃຊ້​ຊົນນະບົດ​,ປັບ​ປຸງລະບົບການ​ປິ່ນປົວ​ແບ​ບ​ໃໝ່​ຢູ່​ຊົນນະບົດ​ດີ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ.​ເປົ້າ​ໝາຍ​ຂອງ​ຈີນ​ແມ່ນ,​ເມື່ອຮອດ​ປີ2010,​ໃຫ້​ປະຊາກອນ​ຊົນ​ນະບົດ​ໄດ້​ເຂົ້າ​ຮ່ວມ​ລະບົບ​ການ​ປິ່ນປົວ​​ແບບ​ມີ​ສ່ວນ​ຮ່ວມ​ທັງ​ໝົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>