ອົງການ​ອະນາ​ໄມ​​ໂລກກ່າວ​ວ່າ,ປີ2010,ພະຍາດມະ​ເຮັງ​ຈະ​ກາຍ​ເປັນ​ພະຍາດ​ທີ່​ເຮັດ​ໃຫ້​ຄົນ​ຕາຍຫຼາຍ​ກວ່າ​ໝູ່​ໃນ​​ໂລກ

(GMT+08:00) 2008-12-10 16:19:35 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ9 ທັນວາ​ນີ້,ຜູ່​ຊ່ຽວຊານ​ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ,​ປັດ​ໄຈ​ຕ່າງໆ​ຄືຜູ່ເຖົ້າຫຼາຍ​ຂຶ້ນແລະ​ການສູບຢາ​ໄດ້​ເຮັດ​ໃຫ້​ຜູ່​ທີ່​ເປັນ​ມະ​ເຮັງ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.ຮອດ​ປີ2010,ອັດຕາຄົນຕາຍ​ຍ້ອນມະ​ເຮັງຈະ​ລື່ນ​ກາຍ​ຜູ້​ເປັນພະຍາດຫົວ​ໃຈ,​ກາຍ​ເປັນ​ພະຍາດ​ທີ່​ເຮັດ​ໃຫ້​ຄົນ​ຕາຍຫຼາຍ​ກວ່າ​ໝູ່​ໃນ​ໂລກ.

ບົດ​ລາຍ​ງານ​ຂອງ​ອົງການ​ອະນາ​ໄມ​ໂລ​ກຊີ້​ອອກ​ວ່າ,ປີ​ນີ້​,ທົ່ວ​ໂລກ​ຈະ​ມີ​ປະມານ12ລ້ານ4​ແສນ​ຄົນຖືກ​ບົ່ງມະຕິວ່າ​ເປັນ​ມະ​ເຮັງ,​ໃນ​ນັ້ນ​ມີ7ລ້ານ6​ແສນ​ຄົນ​ຈະ​ຕາຍ​ຍ້ອນພະຍາດ​ນີ້.

ບົດ​ລາຍ​ງານ​ກ່າວ​ວ່າ,ມະ​ເຮັງ​ປອດ​ແລະ​ມະ​ເຮັງ​ເຕົ້ານົມ​​ແມ່ນ​ຊະນິດ​ມະ​​ເຮັງ​ທີ່​ມີຄົນ​ເປັນເພີ່ມຂຶ້ນ​ໃໝ່ຫຼື​ຕາຍຫຼາຍ.ນອກ​ນີ້,​ເພດ​ຊາຍ​ຈະເປັນ​ມະ​ເຮັງ​ງ່າຍ​ກວ່າ​ເພດ​ຍິງ,​ແລະ​ຕາຍ​ໄວກວ່າ​ເພດ​ຍິງ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>