ຈີນ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຟັງຄວາມໃນ​ໃຈ​ຂອງ​ຊາວ​ເຜົ່າ​ຕິ​ເບ​ດຈີນ​ທີ່​ຄັດຄ້ານ​ການ​ແບ່ງ​ແຍກ​ປະ​ເທດ​ຊາດ

(GMT+08:00) 2008-12-10 18:20:13 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ9​ທັນວາ​ນີ້,ຢູ່​ວໍ​ຊິງ​ຕັນ,ທ່ານ​ຊືທາ ຮອງ​ຫົວ​ໜ້າ​ຄະນະ​ແນວ​ໂຮມ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ພວມ​ຢ້ຽມຢາມ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ໃນ​ນາມ​ເປັນ​ຊາວ​ເຜົ່າ​ຕິ​ເບດ​ຜູ່​ໜຶ່ງ,​ທ່ານ​ຢາກ​ໃຫ້​ປະ​ຊາ​ຄົມ​ໂລກ​ຟັງ​ຄວາມ​ໃນ​ໃຈ​ຂອງ​ຊາວ​ເຜົ່າ​ຕິ​ເບດ​ຂອງ​ຈີນ​ຄື​ຄັດ​ຄ້ານ​ເຈ​ຕະ​ນາ​ໃດໆ​ກໍ່​ຕາມ​ທີ່​ໃຫ້​ຕິ​ເບ​ດ​ເປັນ​ເອ​ກະ​ລາດ​ບໍ່​ວ່າ​ດ້ວຍ​ຮູບ​ແບບ​ໃດ​ແລະ​ແບ່ງ​ແຍກ​ປະ​ເທດ​ຊາດ,​ເຮັດ​ໃຫ້​ຕິ​ເບ​ດ​ເກີດ​ມີ​ການ​ຖ້ອຍ​ຫຼັງ​ຄືນ​ສູ່​ປະ​ຫວັດ​ສາດ.

ວັນ​ທີ9​ທັນວາ​ນີ້, ທ່ານ​ຊື່​ທາ​ພ້ອມ​ດ້ວຍ​ຄະນະ​ໄດ້​ຈັດ​ງານ​ຖະ​ແຫຼ​ງຂ່າວ​ຢູ່​ສະ​ຖານ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ,​ແຈ້ງ​ໃຫ້​ສື່​ມວນ​ຊົນ​ຈີນ​ແລະ​ອາ​ເມ​ລິ​ກາ​ຊາບ​ເຖິງ​ສະພາບກ່ຽວ​ກັບ​ການ​ເຈລະ​ຈາ​ຮອບ​ຫຼ້າ​ສຸດລະຫວ່າງ​ລັດ​ຖະ​ບານ​ກາງ​ຈີນ​ກັບ​ຜູ່​ຕາງ​ໜ້າ​ສ່ວນ​ຕົວ​ຂອງ​ດາ​ໄລລາ​ມະ.ທ່ານ​ກ່າວ​ວ່າ,ດາ​ໄລລາ​ມະ​ສະ​ເໜີ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ເພື່ອ​ໃຫ້​ຊາວ​ຕິ​ເບ​ດທຸກ​ຖ້ວນ​ໜ້າ​ປົກ​ຄອງ​ຕົນ​ເອງ​ຢ່າງ​ແທ້​ຈິງ,​ເວົ້າ​ໃນ​ດ້ານ​ໜ້າ​ແລ້ວ​ແມ່ນ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປົກ​ຄອງ​ຕົນ​ເອງ,​ແຕ່​ໃນ​ດ້ານ​ທາດ​ແທ້​ກໍ່ແມ່ນ​ຮຽກ​ຮ້ອງ​ເອ​ກະ​ລາດ​ທາງ​ການ​ເມືອງ,​ອັນ​ໄດ້​ຝ່າ​ຝືນ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ຈີນ,​ເຊິ່ງ​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ເທື່ອ​ນີ້​ບໍ່​ໄດ້​ຮັບ​ຜົນ​ຫຍັງ.

ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ກ່ຽວ​ກັບ​ບາງ​ປະ​ເທດ​ສວຍ​ໃຊ້​ບັນ​ຫາ​ຕິ​ເບດ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ,​ທ່ານ​ຊືທາ​ກ່າວ​ເນັ້ນ​ວ່າ,​ກຳລັງ​ພາຍ​ນອກ​ໃດໆ​ກໍ່​ຕາມ​ທີ່​ເພີ່ມ​ແຮງ​ກົດ​ດັນ​ຕໍ່​ຈີນ​ໃນ​ບັນຫາ​ຕິ​ເບດ​ມີ​ແຕ່​ຈະ​ທຳ​ລາຍ​ການ​ພົວ​ພັນ​ລະ​ຫວ່າງ​ດາ​ໄລ​ລາ​ມະ​ກັບ​ຈີນ,​ແລະ​ເຮັດ​ໃຫ້​ເຂົາ​ຫ່າງ​ເຫີນ​ອອກ​ຈາກ​ປະ​ເທດ​ຊາດ​ນັບ​ມື້​ນັບ​ໄກ​ອອກ​ໄປ​ເທົ່າ​ນັ້ນ,ບໍ່​ມີ​ຜົນ​ດີ​ ຕໍ່​ການ​ແກ້​ໄຂ​ບັນຫາ​ຕິ​ເບ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>