ໜັງສືພິມ​ມາ​ກາວສາຍ​ວັນ​ພິມ​ບົດ​ນຳ​ຍ້ອງຍໍ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກຂອງ​ຈີນ

(GMT+08:00) 2008-12-18 20:47:25 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ18 ທັນວາ​ນີ້,ໜັງ​ສື​ພິມ​ມາ​ກາວ​ສາຍ​ວັນພິມ​ບົດ​ນຳ​ທີ່​ມີ​ຫົວ​ຂໍ້​ວ່າ"ການປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ,​ເຮັດ​ໃຫ້ປະຊາຊົນ​ອຸດົມ​ຮັ່ງມີ​ແລະປະ​ເທດ​ຊາດເຂັ້ມ​ແຂງ",ບົດ​ນຳ​ຂຽນ​ວ່າ,30ປີ​ມາ​ນີ້,ພາລະກິດ​ການ​ສ້າງສາ​ເສດຖະກິດ​ຂອງຈີນ​ໄດ້​ຮັບ​ຜົນສຳ​ເລັດທີ່​ປະຈັກ​ຕາ​ຊາວ​ໂລກ​ແລະ​ເປັນ​ໜ້າ​ພູມ​ໃຈ,ລະດັບ​ຊີວິດ​ການ​ເປັນ​ຢູ່​ປະຊາຊົນ​ໄດ້​ຍົກ​ສູງ​ຂຶ້ນຢ່າງ​ຫຼວງ​ຫຼາຍ,ສັງຄົມ​ໄດ້​ຮັບ​ຄວາມກ້າວໜ້າ​ທີ່​ບໍ່​ເຄີຍ​ມີຈັກ​ເທື່ອ​ໃນ​ຂົ​ງ​ເຂດ​ຕ່າງໆ.​ໃນ​ນັ້ນ,ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ກາຍ​ເປັນ​ກຳລັງ​​ແມ່​ແຮງ​ອັນ​ເຂັ້ມ​ແຂງ​ທີ່​ປົດ​ປ່ອຍ​ກຳລັງ​ຜະລິດ,ຍົກ​ສູງ​ລະດັບ​ຊີວິດ​ການ​​ເປັນ​ຢູ່​ປະຊາຊົນ​ແລະ​ຊຸກຍູ້​ສັງຄົມ​ກ້າວໜ້າ​ໃນ​ໄລຍະ​ຕ່າງກັນ.ບົດ​ນຳ​ກ່າວ​ວ່າ,ພາຍຫຼັງ​ຮົງ​ກົງ​ມາ​ກາວ​ກັບ​ຄື​ນສູ່ປ​ະ​ເທດ​ຊາດ​ແລ້ວ,ການ​ພົວພັນ​ກັບ​​ແຜ່ນດິນ​ໃຫຍ່​ຍິ່ງ​ສະໜິດ​ແໜ້ນກວ່າ​ເກົ່າ,​ໄດ້​ມີ​ໂອກາດ​ພັດທະນາ​ແລະ​ຮ່ວມ​ມືກັນ​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>