ທະນາຄານໂລກກັບສິງກະໂປເຊັນສັນຍາຕັ້ງໃຈກາງຕົວເມືອງ
-----------------------------------------------------------------------------------------------------------------
ຕາມຂ່າວສານຊິນຮວາ:ວັນທີ18 ທັນວານີ້,ຢູ່ສິງກະໂປ,ທ່ານໂລເບີດ ໂຈລີກ ຜູ່ວ່າການທະນາຄານໂລກໄດ້ເຊັນເຊັນຍາຮ່ວມມືກັບທ່ານໂຈຈີ ເຢວ ຢົງ ບູນ ລັດຖະມົນຕີວ່າການກະຊວງການຕ່າງປະເທດສິງກະໂປ,ຕັ້ງໃຈກາງຕົວເມືອງທະນາຄານໂລກກັບສິງກະໂປ,ສະໜອງການຊ່ອຍເຫຼືອທາງເຕັກໂນໂລຊີໃນດ້ານຄຸ້ມຄອງຕົວເມືອງໃຫ້ປະເທດພວມພັດທະນາ.
ຖະແຫຼງການຂອງກະຊວງການຕ່າງປະເທດສິງກະໂປກ່າວວ່າ,ສອງຝ່າຍຈະນຳໃຊ້ຄວາມຊຳຊານຂອງສິງກະໂປໃນດ້ານພັດທະນາຕົວເມືອງ,ແລະອີງຕາມຮູບແບບພຶດຕິກຳດີທີ່ສຸດທີ່ທົ່ວໂລກຮັບມືສິ່ງທ້າທາຍສ້າງສາຕົວເມືອງມາສະໜອງການໃຫ້ການທີ່ເປິກສາແລະການຊ່ອຍເຫຼືອທາງເຕັກໂນໂລຊີ,ສະໜອງແຜນການແກ້ໄຂໃຫ້ບັນຫາຕົວເມືອງຂອງປະເທດພວມພັດທະນາ,ແລະຊ່ອຍເຫຼືອພວກມັນຮັບມືສິ່ງທ້າທາຍທີ່ປະເຊີນໜ້າໃນຂະບວນການຫັນເປັນຕົວເມືອງ.
ທ່ານໂຈລີກກ່າວວ່າ,ເປົ້າໝາຍຊ່ອຍເຫຼືອຂອງໃຈກາງຕົວເມືອງກ່ອນອື່ນແມ່ນປະເທດພວມພັດທະນາຂອງອາຊີຕະເວັນອອກສຽງໃຕ້,ຈາກນັ້ນຈະເປີດກວ້າງຮອດປະເທດອາຊີອື່ນໆທີ່ລວມທັງຈີນແລະທົ່ວໂລກ,ໂດຍສະເພາະແມ່ນພາກພື້ນອາຟຼິກາ.