ເດັກ​ກຳ​ພ້າ​ກຳ​ພອຍ​ຍ້ອນ​ແຜ່ນ​ດິນ​ໄຫວ​ແຂວງ​ເສ​ສວນ​ເລີ່ມ​ຮັບ​ເງິນ​ລ້ຽງ​ດູ​ແຕ່​ເດືອນ​ນີ້​ເປັນ​ຕົ້ນ​ໄປ​ຈົນ​ຮອດ​ກະ​ສຽນ​ອາ​ຍຸ

(GMT+08:00) 2008-12-19 17:34:54 cri
-----------------------------------------------------------------------------------------------------------------
​ຕາມ​ຂ່າວ​CRI:​ນັບແຕ່​ເດືອນ​ທັນວາ​ປີ​ນີ້​ເປັນຕົ້ນ​ໄປ, ​ເດັກ​ກຳ​ພ້າ​ກຳພອຍ 623 ຄົນ​ຍ້ອນ​ແຜ່ນດິນ​ໄຫວຢູ່​ເວີ້​ນຊວນ​ແຂວງ​ເສ​ສວນ​ຈະ​ເລີ່​ມ​ໄດ້​ຮັບ​ເງິນ​ລ້ຽງ​ດູຄົນ​ລະ 600 ຢວນຕໍ່​ເດືອນ ​​ເຊິ່ງບໍລິສັດ​ປະ​ກັນ​ຊີວິດ​ຈີນຈ່າຍ​ໃຫ້, ຈົນ​ຮອດ​​ເຂົາ​ເຈົ້າ​ເຕັມ​​ກະສຽນອາຍຸຫຼື​ມີ​ຄົນຮັບ​ໄປລ້ຽງ. ພິທີ​​ເບີກ​​ເງິນ​ຢ່າງ​ເປັນ​ທາງ​ການ​ໄດ້​ຈັດ​ຢູ່​​ເມືອງ​ຕູ່​ຈ່ຽງຢ້ຽນ​ແຂວງ​ເສ​ສວນ​ໃນ​ວັນ​ທີ 18 ທັນວາ​ນີ້​.

ໂຄງການ​ສະໜອງ​ເງິນ​ລ້ຽງ​ດູ​ໃຫ້​ເດັກ​ກຳ​ພ້າ​ກຳ​ພອຍ​ຍ້ອນ​ແຜ່ນ​ດິນ​ໄຫວ​​ແມ່ນ​ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ກັບ​ບໍລິສັດ​ປະກັນ​ຊີວິດ​ຈີນ​ຮ່ວມ​​ກັນຈັດ​ຂຶ້ນ. ຄຽງ​ຄູ່​ກັບ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຍົກ​ສູງ​ຂຶ້ນ​ແລະ​ລາຄາ​ສິນຄ້າ​ແພງ​ຂຶ້ນ, ຍັງ​ຈະມີ​ການ​ປຶກສາ​ຫາລື​​ເພື່ອປັບ​ປູ​ງມາດຕະຖານ​ລ້ຽງ​ດູຕື່ມ. ນອກ​ນັ້ນ, ຜູ້​ຮັບຜິດຊອບ​ຂອງ​ບໍລິສັດ​ປະກັນ​ຊີວິດ​ຈີນ​​ແຈ້ງ​ວ່າ, ​ເຂົາ​ເຈົ້າຍັງ​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອຍາວ​ນານ​ແກ່​ເດັກ​ກຳ​ພ້າ​ກຳພອຍ​ແຜ່ນດິນ​ໄຫວ​ເວີ້​ນຊວນ​ເຫຼົ່ານີ້, ຕົວຢ່າງ​ຄື​ການ​ສຶກສາ​ວິຊາ​ອາຊີບ​ແລະ​ສະໜັບສະໜູນ​ການ​ຫາ​ວຽກ​ເຮັດ​ງານ​ທຳ​ເປັນຕົ້ນ. ປະຈຸ​ບັນ, ​ເດັກ​ກຳພ້າ​ກຳພອຍ 623 ຄົນ​ນີ້​ລ້ວນ​ແຕ່​ຢູ່​ນຳຍາດຕິ​ພີ່ນ້ອງຫຼື​ໃນ​ໂຮງ​ສະຫວັດດີ​ການ, ກ່ອນ​ໜ້າ​ນີ້, ມີ​ເດັກ​ກຳພ້າ​ກຳພອຍ​ຈຳນວນ​ໜຶ່ງ​ມີ​ຜູ້​ຮັບ​ເອົາ​ໄປ​ລ້ຽງ​​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>