ສະ​ພາ​ອີ​ຣັກ​ຮຽກ​ຮ້ອງ​ໃຫ້​ຮັບ​ຮອງ​ສັນ​ຍາ​ສອງ​ຝ່າຍ​ເພື່ອ​ກຳ​ນົດ​ການ​ຖອນ​ທະ​ຫານ​ຂອງ​ຕ່າງ​ປະ​ເທດ

(GMT+08:00) 2008-12-21 17:23:49 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 20 ທັນວາ​ນີ້, ສະພາ​ອີຣັກ​ໄດ້​ຢັບຢັ້ງ​ຮ່າງ​ກົດໝາຍ​ສະບັບ​ໜຶ່ງ​ກ່ຽວ​ກັບ​ທະຫານ​ຕ່າງປະ​ເທດ​ຖອນ​ອອກ​ຈາກ​ອີຣັກ​ໃນ​ປີໜ້າ​ທີ່​ສະ​ເໜີ​ໂດຍ​ລັດຖະບານ, ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ກຳນົດ​ການ​ຖອນ​ທະຫານ​ຂອງ​ຕ່າງ​ປະ​ເທດ​ດ້ວຍ​ຮູບ​ແບບ​ສັນຍາ​ສອງ​ຝ່າຍ.

ທ່ານຮູ​ເຊ​ອິນ ອັນ ຟາ​ລູຈີ ສະມາຊິກ​ສະພາ​ອີຣັກ​ກ່າວ​ວ່າ, ບັນຫາ​ນີ້​ຄວນ​ແກ້​ໄຂ​ດ້ວຍ​ກົດ​ໝາຍ​ສາ​ກົນ​ຫຼື​ສັນຍາ​ລະຫວ່າງ​ລັດຖະບານ​, ຫາກ​ບໍ່​ແມ່ນ​ອີຣັກ​ກຳນົດ​ກົດ​ໝາຍ​ແຕ່​ຝ່າຍ​ດຽວ.

ສິດກ່ຽວ​ກັບ​ທະຫານ​ຫຼາຍ​ປະ​ເທດ​ປະຈຳ​ອີຣັກ​ທີ່​ສະຫະ​ປະຊາ​ຊາດ​ເປັນ​ຜູ້​ມອບ​ໝາຍ​ນັ້ນ​ຈະໝົດ​ກຳ​ນົດ​ໃນ​ທ້າຍ​ປີ​ນີ້. ອີຣັກ​ໄດ້​ເຊັນ​ສັນຍາ​ກັບ​ອາ​ເມ​ລິ​ກາ​ກ່ຽວກັບ​ທະຫານ​ປະຈຳ​ອີ​ລັກ​ແລ້ວ, ທະ​ຫານ​ອາ​ເມ​ລິ​ກາສາ​ມາດ​ສືບ​ຕໍ່​ປະຈຳ​ຢູ່​ອີຣັກ​ຮອດ​ທ້າຍ​ປີ 2011.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>